ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

LaCSA (ລາວບໍລິການຂໍ້ມູນອຸຕຸກະເສດໃນສປປລາວ) ນຳສະເໜີພະຍາກອນອາກາດສຳລັບກະສິກຳໃຫ້ແກ່ຊາວກະສິກອນໃນບັນດາເມືອງຕ່າງໆ

05/06/2020

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍຮ່ວມມືກັບ ສູນປ້ອງກັນພືດ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງນອນໃນແຜນ ກິດ​ຈະ​ກຳຂອງ ໂຄງການສ້າງຄວາມເຂັ້ມ     ອຸ​ຕຸ​ກະ​ເສດ ແລະ ຂໍ້​ມູນຂ່າວສານ (SAMIS) ເພື່ອປັບ​ປຸງການປັບຕົວ  ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳ​ປະ​ກັນສະ​ບຽງອາຫານໃນ ສ​ປ​ປ ລາວ ໂດຍຜ່ານກິດຈະ​ກຳຂອງ ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ຂອງ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ໂດຍ​ທືນ​ສະ​ໜັບ​ສະ​ໜູນ​ຈາກ ກອງ​ທືນ​ສິ່ງ​ແວດ​ລ້ອມ​ໂລກ (GEF)    ອົງການອາຫານ ແລະ ການກະເສດ. ໂຄງການ ໄດ້ທົດລອງນຳໃຊ້ ລະບົບ ບໍລິການ ພູມອາກາດ ເປັນຄັ້ງທີສອງແລ້ວ ເພື່ອສະໜອງການບໍລິການອາກາດໃຫ້ແກ່ວຽກກະສິກຳ ເຊິ່ງລະບົບທົດ (LaCSA system) ສາມາດເຂົ້າເບິ່ງໄດ້ທີ່:  http://147.46.250.219:8081/  ລະບົບດັ່ງກ່າວມີລັກສະນະໂສມໃຫມ່ ເປັນມິດກັບຜູ້ຊົມໃຊ້ ເຊິ່ງສາມາດເບິ່ງເຫັນໄດ້ໂດຍງ່າຍໃນໂທລະສັບແບບສະມາດໂພນໂດຍທົ່ວໄປ.  ເຄື່ອງມືເລົ່ານີີ້ ຖືກສ້າງຂື້ນໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ  ແລະ ມີຢູ່ໃນຫນ້າເຟສບຸກ  https://www.facebook.com/samisdmh. ໃນລະດູຜະລິດເຂົ້ານາປີປີນີ້ ການທົດລອງໃຫ້ບໍລິການພູມອາກາດແກ່ຊາວກະສິກອນ ໂດຍນຳໃຊ້ລະບົບລັກຊາແມ່ນຈະຖືກນຳໃຊ້ເຂົ້າໃນຫລາຍໆແຂວງທົ່ວປະເທດ

ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ໂດຍການຮ່ວມມືກັບພະແນກຕ່າງໆປະຈຳພາກສະໜາມເຊັ່ນ ຫ້ອງການຄຸ້ມຄອງທີ່ດິນຂອງແຂວງ ແລະ ກະສິກຳເມືອງ. ໃນໄລຍະສອງອາທິດຜ່ານມານີ້, ກິດຈະກຳໄດ້ລິເລີ່ມ ນຳສະເໜີພະຍາກອນອາກາດໃຫ້ແກ່ຊາວກະສິກອນ. ໄລຍະທິດອິດ ຂອງການທົດລອງແມ່ນໄດ້ເລີ່ມຈາກເມືອງຈຳພອນ ແຂວງສະຫວັນະເຂດ (ວັນທີ 25-29 ພຶດສະພາ 2020) ໃນບັນດາ 7 ບ້ານເປົ້າໝາຍ ຄື:​ ບ້ານ ກະດານ, ບ້ານ ເລົ່ານາດ, ບ. ພະແລງ,  ບ. ດົງເມືອງ, ບ. ນາກະທ້າງ, ບ. ລຳເທນ ແລະ ບ. ເຊ ).  ຊາວກະສິກອນ ຈຳນວນ ກວ່າ 80-90% ໃນບ້ານ ເລົ່ານາດ ແລະ ບ້ານ ກະດານ ໄດ້ຕັດສິນໃຈທົດລອງເຮັດນາຢອດ ເພາະເນື່ອງຈາກວ່າພະຍາກອນລະດູການໄດ້ທຳນາຍໄວ້ວ່າ ຝົນຈະຕົກລົງມາເປັນປົກກະຕິເຊິ່ງເລີ່ມຈາກທ້າຍເດືອນກໍລະກົດໃນປີນີ້ເປັນຕົ້ນໄປ.  

ໄລຍະທີສອງຂອງການທົດລອງ ການບໍລິການພະຍາກອນອາກາດ ໃຫ້ແກ່ຊາວກະສິ ແມ່ນມີຂື້ນ ຢູ່ແຂວງຫລວງນ້ຳທາ (ວັນທີ 1-5 ມິຖຸນາ 2020) ເຊິ່ງໂຄງການໄດ້ສະໜັບສະໜູນ ບໍລິການພະຍາກອນອາກາດ ໃຫ້ແກ່ບ້ານ ປຸ່ງ, ບ. ນໍ້າທຸງ ແລະ ບ້ານໃຫມ່ ຢູ່ ເມືອງ ນ້ຳທາ ແລະ ບ້ານປ່າຕອຍ ແລະ ບ້ານ ສິລິມູນ ຢູ່ ເມືອງສິງ ຂອງແຂວງຫລວງນ້ຳທາ.  ບັນດາກິດຈະກຳຊ່ວຍເຫລືອດ່ັງກ່າວນີ້ ແມ່ນແນ່ໃສ່ ການຄຸ້ມຄອງສັດຕູພືດແບບປະສົມປະສານກັບການປູກເຂົ້າ ໂດຍອີງໃສ່ຂໍ້ມູນແນະນຳ ຈາກລະບົບ  LaCSA.

ນອກຈາກ ການບໍລິການ ໃຫ້ແກ່ ສະເພາະກຸ່ມຊາວນາ ປະຈຳຫມູ່ບ້ານແລ້ວ, ກິດຈະກຳຍັງໄດ້ຈັດຝຶກອົບຮົມໃຫ້ກັບບຸກຄົນນຳອີກດ້ວຍ ເພື່ອໃຫ້ຊາວກະສິກອນ ມີຄວາມສາມາດໃນການອ່ານຂ່າວ ພະຍາກອນອາກາດ ເພື່ອວ່າຈະໄດ້ແຈ້ງຂ່າວຜ່ານໂທລະໂຄ່ງຂອງຊຸມຊົນ. ພ້ອມດຽວກັນນີ້ ຜູ້ຊ່ຽວຊານໃນປະກາດຂ່າວ ທີ່ມາຈາກ ສະຖານີວິທະຍຸແຫ່ງຊາດລາວ ໄດ້ໃຫ້ການຝຶກອົບຮົມໃຫ້ແກ່ເຈົ້າຫນ້າທີ່ປະຈຳບ້ານ ໃນການອ່ານຂ່າວພະຍາກອນອາກາດ ເປັນພາສາລາວ ໃຫ້ມີລັກສະນະ ຊຳນິຊຳນານ ແລະ ຊ່ຽວຊານ ສົນທະນາ ມີລັກສະນະລຽບງ່າຍ ທີ່ພົວພັນກັບການໃຫ້ຂ່າວແກ່ປະຊາຊົນຄົນ