ໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ

ພາບລວມຂອງໂຄງການ

ສົນທິສັນຍາ ວ່າດ້ວຍ ດິນບໍລິເວນນໍ້າ, ເອີ້ນວ່າ ສົນທິສັນຍາຣາມຊາ, ແມ່ນສົນທິສັນຍາລະຫວ່າງຊາດ ເພື່ອກໍານົດກອບໜ້າວຽກ ສໍາລັບແຜນດໍາເນີນງານ ແຫ່ງຊາດ ແລະ ການຮ່ວມມືສາກົນ ເພື່ອການອະນຸລັກ ແລະ ນໍາໃຊ້ ດິນບໍລິເວນນໍ້າ ແລະ ຊັບພະຍາກອນຂອງມັນ ແບບຍືນຍົງ.

  • ຈໍານວນລັດພາຄີ: 169 ລັດພາຄີ
  • ຈຳນວນເຂດດິນບໍລິເວນນໍ້າຣາມຊາ: 2,242 ແຫ່ງ
  • ເນື້ອທີ່ດິນບໍລິເວນນໍ້າທັງໝົດ: 215,253,180 ເຮັກຕາ

ດິນບໍລິເວນນໍ້າ ແມ່ນສຳຄັນທີ່ສຸດຕໍ່ກັບການມີຊີວິດຢູ່ຂອງມະນຸດ. ແມ່ນບັນດາຜະລິດຕະພັນສິ່ງແວດລ້ອມ ຫຼາຍທີ່ສຸດຂອງໂລກ; ເປັນແຫຼ່ງກໍາເນີດຂອງຊີວະນາໆພັນ ທີ່ສະໜອງນໍ້າ ແລະ ຜະລິດຕະພັນຂອງພືດ ແລະ ສັດ ຫຼາກຫຼາຍຊະນິດທີ່ເພິ່ງພາອາໄສ ດິນບໍລິເວນນໍ້າ ເພື່ອດໍາລົງຊີວິດ. ສປປ ລາວ ແມ່ນປະເທດໜຶ່ງທີ່ມີຄວາມກ່ຽວພັນຢ່າງໃກ້ຊິດ ກັບເຂດດິນບໍລິເວນນໍ້າທີ່ສໍາຄັນຂອງໂລກ ທີ່ນອນຢູ່ໃນລະບົບນິເວດແມ່ນ້ໍາຂອງ. ອ່າງແມ່ນໍ້າຂອງ ກວມເອົາເນື້ອທີ່ 88% ຂອງປະເທດ. ໜ້າທີ່ ແລະ ຄຸນຄ່າ ຂອງດິນບໍລິເວນນໍ້າ ມີຄວາມສຳຄັນຫຼາຍຕໍ່ການດໍາລົງຊີວິດຂອງຊຸມຊົນໃນທ້ອງຖີ່ນ.

ເດືອນກັນຍາ 2010: ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາຣາມຊາ ປະເທດທີ່ 160.

ສອງເຂດດິນບໍລິເວນນໍ້າ ທີ່ໄດ້ຖືກກຳນົດໃຫ້ມີຄວາມສໍາຄັນໃນລະດັບສາກົນ:

  • ເຂດດິນບໍລິເວນນໍ້າເຊຈຳພອນ - ແຂວງສະຫວັນນະເຂດ
  • ເຂດດິນບໍລິເວນນໍ້າບຶງກຽດໂງ້ງ - ແຂວງຈຳປາສັກ

Lastest News