ໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ

ການວາງແຜນ ໂດຍນໍາໃຊ້ຄວາມຮູ້ດ້ານວິທະຍາສາດ ແລະ ພູມປັນຍາທ້ອງຖິ່ນ: ການປະເມີນຄວາມອ່ອນໄຫວ ອາດຈະດໍາເນີນ ດ້ວຍຮູບການສໍາພາດ ແລະ ປະຊຸມ. ສ້າງຄວາມເຂົ້າໃຈ ເຖິງຄວາມສ່ຽງ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ເພື່ອຍົກລະດັບຄວາມອາດສາມາດຂອງຊຸມຊົນ, ອົງການປົກຄອງທ້ອງຖິ່ນ ແລະ ສູນກາງ ວາງແຜນບູລິມມະສິດ ແລະ ດໍາເນີນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ສົ່ງເສີ່ມບົດບາດຍິງ-ຊາຍ ແລະ ມາດຕະການຄຸ້ມຄອງໄພພິບັດ ຢູ່ໃນສອງເຂດດິນບໍລິເວນນໍ້າເປົ້າໝາຍ.

ການຈັດຕັ້ງປະຕິບັດມາດຕະການປັບຕົວທີ່ເໝາະສົມ:ສ້າງມາດຕະການທີ່ມີປະສິດຕິພາບ ແລະ ປະສິດຕິຜົນ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ໄພທຳມະຊາດ ຕໍ່ລະບົບນິເວດດິນບໍລິເວນນໍ້າ ແລະ/ຫຼື ຕໍ່ການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ. ທາງເລືອກຂອງການປັບຕົວ ຈະສຸມໃສ່ການວາງແຜນນໍາໃຊ້ທີ່ດິນ, ການປັບຕົວຂອງຊຸມຊົນ ແລະ ສັງຄົມ, ການແກ້ໄຂບັນຫາທາງດ້ານວິສາວະກຳ, ການຄຸ້ມຄອງດິນບໍລິເວນນໍ້າ ແລະ ທາງເລືອກວິທີການທີ່ດີທີ່ແຕກຕ່າງກັນ ເພື່ອຮັບປະກັນຊີວິດການເປັນຢູ່ທີ່ດີຂອງຊາວບ້ານ.

ກົນໄກ ແລະ ໂຄງຮ່າງຂອງອົງກອນ: ການປະສົມປະສານມາດຕະການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ ໃນເຂດດິນບໍລິເວນນໍ້າ ເຂົ້າໃນຂະບວນວາງແຜນ ໃນລະດັບທ້ອງຖິ່ນ ແລະ ລະດັບຊາດ. ນໍາໃຊ້ວິທີການປະຕິບັດທີ່ດີ ເຂົ້າໃນເຂດດິນບໍລິເວນນໍ້າແຫ່ງອື່ນໆ ໃນ ສປປ ລາວ.

CAWA Theory of Change