
15/07/2019
ພະແນກພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກສຊ) ແລະ ພະແນກຄຸ້ມຄອງທີ່ດິນກະສິກໍາ (ຄພດກ), ກະຊວງກະສິກໍາ ແລະ ປ່າໄມ້ (ກປມ) ໄດ້ເດີນທາງໄປທີ່ກຸງເທບ ເພື່ອເຂົ້າຮ່ວມສັບປະດາການປ່ຽນແປງສະພາບພູມອາກາດ, ກິດຈະກໍາລະດັບອາຊີໃນຄັ້ງນີ້ ໄດ້ຈັດຂຶ້ນໂດຍອົງການອາຫານ ແລະ ການກະເສດ ໃນວັນທີ່ 15-18 ກໍລະກົດ,ຊື່ງເປັນປະທານໂດຍທ່ານ. ນາງ ຮັ່ງ ທິ ທັນ ພຳ ຈາກອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດປະຈຳພາກພື້ນເອເຊຍ ປາຊີຟິກ ແລະ ມີຜູ້ເຂົ້າຮ່ວມຈາກຫຼາຍປະເທດ ເຊັນວ່າ...

30/06/2019
A new curricula related to agro-meteorology and use of the Laos Climate Services for Agriculture (LaCSA) system is been tested in six villages around the country. As of today, the total member of FFS that are exposed to agro-meteorology bulletins...

25/06/2019
The Food and Agriculture Organization of the United Nations (FAO) in Laos exhibits its knowledge products at a booth in the exhibition of Lao ICT Expo 2019, at Don chan palace which organized by the Ministry of Post and Telecommunications...

24/05/2019
ໃນວັນສຸກທີ 24 ພຶດສະພາ ຂະແໜງຄຸ້ມຄອງທີ່ດິນກະສິກໍາ ແຂວງສະຫວັນນະເຂດ ໂດຍການຮ່ວມມືກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຈໍາພອນ ໄດ້ເລີ່ມບົດຮຽນທໍາອິດ ເພື່ອນໍາສະເຫນີໂຮງຮຽນຊາວນາກ່ຽວກັບອຸຕຸ-ກະເສດ ຢູ່ທີ່ບ້ານກະດານ.ຄູຝຶກໄດ້ຮັບການສ້າງຄວາມອາດສາມາດໃນເດືອນເມສາທີ່ຜ່ານມາ ໂດຍຊ່ຽວຊານຈາກອິນໂດເນເຊຍ ແລະ ເນປານ (http://www.fao.org/in-action/samis/resources/news/detail/en/c/1193301/).
ຊາວນາໄດ້ເຕົ້າໂຮມກັນຢູ່ທີ່ໂຮງຮຽນຂອງບ້ານ ແລະ ນໍາສະເຫນີຫຼັກສູດໂຮງຮຽນຊາວນາ. ຫຼັກສູດການຝຶກອົບຮົມໂຮງຮຽນຊາວນາໄດ້ຖືກກະກຽມ ໂດຍພະແນກຄຸ້ມຄອງທີ່ດິນກະສິກໍາ ໃນການຮ່ວມມືກັບຊ່ຽວຊານຂອງ FAO. ນອກຈາກນັ້ນ, ຊຸມຊົນທ້ອງຖິ່ນ ໄດ້ຖືກຝຶກກ່ຽວກັບການນໍາໃຊ້ຜະລິດຕະພັນການພະຍາກອນລະດູການ ໂດຍລະບົບທີ່ເອີ້ນວ່າ ການບໍລິການພູມອາກາດສໍາລັບກະສິກໍາຢູ່ລາວ (LaCSA) (http://www.fao.org/in-action/samis/resources/news/detail/en/c/1194669/).
ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນ ໂດຍການຮ່ວມມື ແລະ ຢູ່ໃນບ້ານເປົ້າໝາຍດຽວກັນກັບໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຢູ່ເຂດລໍາຊາ (CAWA) (www.fao.org/in-action/cawa/en).

17/05/2019
ໃນວັນທີ 16 ເດືອນພຶດສະພາປີ 2019, ການລາຍງານຄາດຄະເນລະດູການໄດ້ຖືກສົ່ງໄປຍັງຫ້ອງການຂັ້ນແຂວງຂອງກະຊວງກະສິກໍາ ແລະ ປ່າໄມ້; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍພະແນກພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ.
ໃນບົດແຈ້ງຂ່າວໄດ້ລາຍງານກ່ຽວກັບສະພາບຄາດຄະເນລະດູການ ໃນ 6 ເດືອນຕໍ່ໝ້າ ຂອງລະດູການປູກຝັງປີ 2019. ເນື້ອໃນຂອງບົດຂ່າວປະກອບດ້ວຍ ແຜນທີ່ສະແດງເຖິງຄວາມເປັນໄປໄດ້ຂອງ ອຸນຫະພູມພື້ມຂື້ນຫຼື ຫຼຸດລົງ ກ່ວາເກນປົກກະຕິ ແລະ ສະພາບນ້ຳຝົນວ່າຈະແຫ້ງແລ້ງ ຫຼື ຫຼາຍກ່ວາເກນປົກກະຕິ. ເຊັ່ນດຽວກັນ ຄຳແນະນຳທີ່ກ່ຽວຂ້ອງກັບຊາວນາ ພົວພັນກັບສະພາບຄາດຄະເນ ກໍ່ໄດ້ຖືກບັນຈຸໃນບົດຂ່າວນີ້ ເຊິ່ງລວມທັງຜົນກະທົບຂອງການພະຍາກອນ ຕໍ່ກັບການປູກເຂົ້າ. ໃນຕອນທ້າຍຂອງບົດຂ່າວໄດ້ສະແດງຮູບກຣາບສະຖິຕິ ສະແດງໃຫ້ເຫັນຄ່າປົກກະຕິພູມອາກາດ ນ້ຳຝົນ ແລະ...
