ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)
{imagealttext}
07/05/2019
ການຝຶກອົບຮົມການສ້າງແບບຈຳລອງສະພາບພູມອາກາດຂັ້ນສູງລະຫວ່າງປະເທດ ຈັດໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ)   ນີ້ແມ່ນຄັ້ງທຳອິດ ຂອງພະແນກພູມອາກາດ ແລະ ອຸຕຸກະເສດ, ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ)  ທີ່ໄດ້ຈັດການຝຶກອົບຮົມຂັ້ນສູງລະຫວ່າງປະເທດ, ຊື່ງຜູ້ເຂົ້າຮ່ວມແມ່ນມາຈາກໜ່ວຍງານ ອຸຕິນິຍົມຂອງປະເທດ ຫວຽດນາມ, ມຽນມ້າ ແລະ ກຳປູເຈຍ.   ການຝຶກອົບຮົມດັ່ງກ່າວແມ່ນຖືກຈັດຂື້ນໂດຍຜ່ານການຮ່ວມມືລະຫວ່າງ 2 ໂຄງການສາກົນ, ຊື່ງຈະສາມາດປັບປຸງ ຄວາມອາດສາມາດກ່ຽວກັບການຄາດຄະເນສະພາບພູມອາກາດ, ການນຳສະເໜີວິໄສທັດ ແລະ ສ້າງຄວາມ ອາດສາມາດໃຫ້ແກ່ພະນັກງານຂອງ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ) ຂອງ ສປປ ລາວ ແລະ...
{imagealttext}
07/05/2019
ກອງປະຊຸມປຶກສາຫາລືກ່ຽວກັບລົມມໍລະສຸມລະດູຝົນປະຈຳປີ 2019 ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 7  ພຶດສະພາ 2019 ຊື່ງຈັດໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ). ພາກສ່ວນທີ່ກ່ຽວຂ້ອງໄດ້ຮ່ວມມືກັນປະກອບສ່ວນຢ່າງຫ້າວຫັນໂດຍຜ່ານການເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ບັນດາຜູ້ແທນກອງປະຊຸມແມ່ນມາຈາກໜ່ວຍງານລັດຫລາຍພາກສ່ວນໃນຂັ້ນສູນກາງ ແລະ ອົງການຈັດຕັ້ງສາກົນເຊັ່ນ: ກົມປູກຝັງ, ກົມຊົນລະປະທານ, ກົມໂຍທາທາງນ້ຳ, ກົມຊັບພະຍາກອນນ້ຳ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກອງຄຸ້ມຄອງການຈາລະຈອນທາງອາກາດ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍ  ໃນການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນ ສະບຽງອາຫານ ຢູ່ ສປປ ລາວ (SAMIS )...
{imagealttext}
08/04/2019
ການຝຶກອົບຮົມເພື່ອເປັນຄູຝຶກ (ToT) ສຳລັບພະນັກງານຂອງໂຮງຮຽນຊາວນາ (FFS) ຜູ້ທີ່ຈະຮັບຜິດຊອບລະບົບອຸຕຸກະເສດ ທີ່ເອີ້ນວ່າ ແລັກຊາ (ການບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ). ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ 8 ຫາ 12 ເມສາ 2019 ຢູ່ຫ້ອງປະຊຸມຂອງກົມຄຸ້ມຄອງທີ່ດິນກະສິກຳ, ນະຄອນຫລວງວຽງຈັນ. ຈຸດປະສົງຂອງການຝຶກອົບຮົມແມ່ນມີດັ່ງນີ້: ເພື່ອພັດທະນາຄວາມຮູ້ ແລະ ທັກສະກ່ຽວກັບວິທີການ FFS Save&Grow ເພື່ອຝຶກອົບຮົມໃຫ້ແກ່ຊ່ຽວຊານທີ່ມາຈາກກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນ ແລະ ສີ່ງແວດລ້ອມ ກ່ຽວກັບ ການຄຸ້ມຄອງໂຮງຮຽນຊາວນາ ທີ່ໄດ້ນຳໃຊ້ຂໍ້ມູນການພະຍາກອນອາກາດ ແລະ ການແຈ້ງເຕືອນກ່ຽວກັບອຸຕຸກະເສດ ເພື່ອຮຽນຮູ້ກ່ຽວກັບບົດຮຽນທີ່ຄ້າຍກັນຈາກປະເທດອື່ນໆ ກ່ຽວກັບການນຳໃຊ້ຂໍ້ມູນອຸຕຸກະເສດ ແລະ ຄຳປຶກສາກ່ຽວກັບກະເສດ ໃນໂຮງຮຽນຊາວນາ   ການຝຶກອົບຮົມຄັ້ງນີ້ແມ່ນໃຫ້ກຽດກ່າວເປີດພິທີໂດຍປະທານຮ່ວມ ທ່ານ. ອະໂນລົດ ຈັນທະວົງສາ, ຮອງຫົວໜ້າກົມຄຸ້ມຄອງທີ່ດິນກະສິກຳ ແລະ...
{imagealttext}
01/03/2019
ວັນສຸກ ວັນທີ 1 ມີນາ 2019, ກອງປະຊຸມສຳມະນາດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທາລາດ ໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ) ຊື່ງມີຜູ້ເຂົ້າຮ່ວມປະມານ 50 ທ່ານ ທີ່ມາຈາກ ພະແນກ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຂະແໜງຊັບພະຍາກອນນ້ຳ, ຂະແໜງອຸຕຸນິຍົມໃນລະດັບແຂວງ ແລະ ເມືອງ ຂອງ ເມືອງຄົງ ແລະ ປາກເຊ ແຂວງຈຳປາສັກ, ເມືອງ ລອງງາມ ແຂວງສາລະວັນ, ເມືອງຈອມພອນ ແຂວງ ສະຫວັນນະເຂດ, ເມືອງອານຸວົງ...
{imagealttext}
05/02/2019
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມ​ະ​ການ​ຊີ້​ນຳ​ໂຄງ​ຄັ້ງ​ທີ່​ສາມ ແມ່ນ​ໄດ້​ຈັດ​ຂຶ້ນ​​ທີ່​ໂຮງ​ແຮມເສດ​ຖາ​ພາເລສ ໃນ​ວັນ​ທີ 5 ເດືອນ​ກຸມ​ພາ 2019 ນະຄອນຫຼວງວຽງຈັນ, ສປປ ລາວ. ໂດຍການໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄະນະກຳມະການຊີ້ນຳໂຄງການຄັ້ງນີ້ແມ່ນປະກອບດ້ວຍ ທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ Beau Damen ຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ໄດ້​ຖື​ເອົາ​ວາ​ລະ​ສຳ​ຄັນ​ໃນ​ການ​ລາຍ​ການ​ສະ​ພາບ​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ໂຄງ​ການ​ໃນ​ໄລ​ຍະຫົກ​ເດືອນ​ຜ່ານ​ມາ ແລະ ລາຍ​ງານ​ການຮ່ວມ​ມື​​ທີ່ໄດ້​ຮັບ​ໝາກ​ຜົນ​ອັນ​ດີ​ພາຍ​ໃຕ້ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳຂອງ​ໂຄງ​ການຊາມິສ, ໂດຍ​ສະ​ເພາະ​ທັງ 3 ອົງ​ປ​ະ​ກອບ ແລະ ສິ່ງ​ທ້າ​ທ້າຍຫຼາຍ​ອັນ​ທີ່​ ໂຄງ​ການຊາມິສໄດ້​ພົບພໍ້ ທ່ານ ປອ. ໄຊ​ນະ​ຄອນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ: ໂຄງ​ການ​ນີ້​ແມ່ນ​ປະ​ກອບ​ມີ ສອງ​ເປົ້າ​ໝາຍຫຼັ​ກ, ອັນ​ທຳ​ອິດ​ແມ່ນ​ແນ່​ໃສ່​ເສີ​ມ​ຂະ​ຫຍາຍການ​ຕິດ​ຕາມກວດ​ກາ, ການວິ​ເຄາະ,...