
13/01/2022
ຄວາມສາມາດໃນການຕິດຕາມ ແລະ ປະເມີນກິດຈະກໍາຂອງໂຄງການທີ່ມີຄວາມສໍາຄັນຕໍ່ການວາງແຜນອະນາຄົດຂອງການພັດທະນາກະສິກໍາ ແລະ ປ່າໄມ້ ໃນ ສປປ ລາວ ແມ່ນກຳລັງສ້າງຄວາມເຂັ້ມແຂງທາງດ້ານລະບົບ ການຕິດຕາມຂໍ້ມູນໂຄງການ (ProMIS) ໂດຍການຊ່ວຍເຫຼືອຈາກອົງການ FAO ແລະ IFAD.
ProMIS ໄດ້ຮັບການພັດທະນາຈາກການຊ່ວຍເຫຼືອຂອງ ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ໂດຍການສະຫນັບສະຫນູນຈາກ "ໂຄງການກະສິກໍາເພື່ອໂພຊະນາການ" (SSFSNP) ທີ່ໄດ້ຮັບທຶນຈາກກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD).
ລະບົບການເຮັດວຽກຂອງ ProMIS ຈະອະນຸຍາດໃຫ້ຕິດຕາມດ້ານລາຍຈ່າຍງົບປະມານ ແລະ ການເຄື່ອນໄຫວຕ່າງໆຂອງບັນດາໂຄງການຕ່າງໆ, ລວມເອົາທັງກອງທຶນແຫ່ງຊາດ ແລະ ການຊ່ວຍເຫຼືອດ້ານການພັດທະນາຈາກສາກົນ.
ການນໍາໃຊ້ລະບົບດັ່ງກ່າວແມ່ນມີຄວາມງ່າຍດາຍສໍາລັບພະນັກງານໂຄງການ ແລະ ໃຫ້ທາງກະຊວງກະສິກຳ ແລະ ປ່າໄມ້ສາມາດຄວບຄຸມຄຸນະພາບໄດ້ຢ່າງຕໍ່ເນື່ອງ. ໂຄງການທັງຫມົດຈະຕ້ອງປະກອບແບບຟອມທີ່ງ່າຍໃນເວລາເປີດກິດຈະກໍາ ແລະ ລາຍງານຍ່ອຍຂອງຕົວຊີ້ວັດເປັນປະຈໍາຕະຫຼອດຂອງໂຄງການ. ພະນັກງານຜູ້ຮັບຜິດຊອບວຽກຈະສາມາດກວດສອບຜົນໄດ້ຮັບຂອງໂຄງການທີ່ເຂົາເຈົ້າຮັບຜິດຊອບ...

18/11/2021
A few years ago, at the beginning of the FAO/GEF project Strengthening Agro-climatic Monitoring and Information System (SAMIS), the country did not have national-level datasetswith a granularity apt for land evaluation processes. There was a lack of human and technical...

11/11/2021
ພາຍໄຕ້ການຮ່ວມມືກັບໂຄງການຊ່ວຍເຫຼືອຊາວກະສິກອນຂະຫນາດນ້ອຍ ແລະ ຜູ້ດ້ອຍໂອກາດທາງສັງຄົມ ເພື່່ອຫ່າງໄກຈາກການລະບາດຂອງພະຍາດ ໂຄວິດ 19 ຢູ່ໃນ ສປປລາວ ໃຫ້ທືນສະໜັບສະໜຸນໂດຍ ລັດທຖະບານຍີປຸ່ນ, ວິຊາການໂຄງການ SAMIS ກໍ່ໄດ້ມີສ່ວນຮ່ວມ ເຂົ້າບັນຍາຍໃນການຝຶກອົບຮົມໃຫ້ແກ່ພະນັກງານຂັ້ນເມືອງ ແລະ ແຂວງ ຂອງອຸດົມໄຊ ແລະ ຫຼວງພະບາງ
ການຈັດຝຶກອົບຮົມໃຊ້ເວລາໄປ ມື້້ໜື່ງກັບເຄີ່ງວັນ ເຊິ່ງໄດ້ອະທິບາຍກ່ຽວກັບ ລະບົບຫຼັກຊາ ເຊີ່ງສາມາດເຂົ້າເຖິງໄດ້ຜ່ານທາງງ www.lacsa.net ແລະ ຜ່ານທາງ ແອັບ ແອນດຣອຍ ແລະ ໄອໂອເອສ.
ຜູ້ເຂົ້າຮ່ວມທັງໝົດມີ 64. ການຝຶກອົບຮົມດັ່ງກ່າວແມ່ນໄດ້ນຳສະເໜີໃຫ້ຢູ້ເຂົ້າຮ່ວມຮັບຮູ້ເຖິງການນຳໃຊ້ ການພະຍາກອນອາກາດເປັນລະດູການ ແລະ ອາທິດ ຜ່ານລະບົບ ຫຼັກຊາ, ພ້ອມທັງຄໍາແນະນໍາສະເພາະຂອງການປູກພືດ. ໃນຄະນະດຽວກັນ ຜູ້ເຂົ້າຮ່ວມກໍ່ໄດ້ຮຽນຮູ້ເຖິງວິທີການອ່ານຂ່າວການພະຍາກອນອາກາດປະຈໍາອາທິດຂອງລະບົບຫຼັກຊາ...

01/11/2021
ການລົງທືນໃນຂະແໜງກະສິກຳແມ່ນເປັນການລົງທືນໄລຍະຍາວ, ເນືື່ອງຈາກວ່າການປູກຝັງແມ່ນຈະໃຊ້ເວລາຍາວນານເຖິງ 30-40 ປີ. ເນື່ອງຈາກການລົງທຶງໃນກະສິກຳແມ່ນຕ້ອງການຄຳນືງເຖິງການປ່ຽນແປງຂອງດິນຟ້າອາກາດ, ເພາະວ່າທີ່ດິນທີ່ເໝາະສົມແກ່ການປູກຝັງແມ່ນຈະຕ້ອງເປັນພື້ນທີ່ປາດສະຈາກ ໄພນ້ຳທ້ວມ ຫລື ແຫ້ງແລ້ງ. ການປ່ຽນແປງສະພາບດິນຟ້າອາກາດແມ່ນມີຜົນກະທົບຕໍ່ການຜະລິດກະສິກຳໂດຍຕະຫລອດເວລາ.
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ໄດ້ພັດທະນາ ແອັບເພື່ອການຄົ້ນຫາທີ່ດິນເໝາະສົມແກ່ການປູກຝັງ ແລະ ເປັນພືນທີ່ທຳການຜະລິດທີ່ຍືນຍົງໃນອານາຄົດ. ໃນໄວໆນີ້, (ຄພດກ) ໄດ້ພັດທະນາລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS), ຊື່ງເປັນເວັບໄຊ້ຖານຂໍ້ມູນທີ່ສາມາດເຂົ້າຜ່ານທາງອອນໄລ. ໃນອີກສອງເດືອນຕໍ່ໜ້າ ລະບົບ LRMIS ຈະພັດທະນາໃຫ້ໃຊ້ງານໃຫ້ງ່າຍຂື້ນ ແລະ ຈະໄດ້ສ້າງແບບຝອມ ສຳລັບສ້າງແອັບ ເພື່ອຊ່ວຍໃນການຕັດສິນໃຈຕໍ່ການວາງແຜນພື້ນທີ່ດິນໃນອານາຄົດ.
(ຄພດກ) ໄດ້ກະກຽມຮູບພາບກາຕູນເພື່ອນຳສະເໜີການນຳໃຊ້ເຄື່ອງມືດັງກ່າວ. ສາມາດເຂົ້າເບີ່ງລາຍລະອຽດເພີ່ມເຕີມໄດ້ທີ່:

30/10/2021
ໃນເດືອນນີ້, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ (ຄພດກ), ໂດຍການຊ່ວຍເຫຼືອຂອງໂຄງການ FAO/GEF ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS), ຈະເຮັດໃຫ້ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRMIS) ສູ່ສາທາລະນະ.
ບາງຄົນອາດຄິດວ່າ LRMIS ແມ່ນພຽງແຕ່ກ່ຽວກັບແຜນທີ່ເທົ່ານັ້ນ. ແຕ່ ຄພດກ ແລະ NAFRI ສືບຕໍ່ພັດທະນາລະບົບທີ່ດີກວ່າທີ່ຊ່ວຍກ່ຽວກັບແນວຄິດທີ່ສອດຄ່ອງກັນໃນການວາງແຜນກະສິກໍາ. ປົກກະຕິແລ້ວ, ໃນອະດີດ, ມັນຂ້ອນຂ້າງຍາກທີ່ຈະເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນທີ່ຜະລິດໂດຍລັດຖະບານ ຫຼື ໂດຍຫນ່ວຍງານອື່ນໆ. ນີ້ແມ່ນເນື່ອງມາຈາກບໍ່ມີຂໍ້ມູນ ຫຼື ການເຊື່ອມໂຍງລະຫວ່າງສູນຂໍ້ມູນ.
ໂດຍການນຳໃຊ້ຮູບການຈໍາລອງການຜະລິດການປູກຝັງໃນອະນາຄົດ, ໄດ້ສ້າງແຜນທີ່ສອງຮູບແບບ, ແຜນທີ່ໜຶ່ງສຳລັບອະນາຄົດຂອງການປູກສາລີ, ແລະ ອິກແຜນທີ່ໜຶ່ງສໍາລັບອະນາຄົດຂອງການປູກມັນຕົ້ນ. ແຜນທີ່ເຫຼົ່ານີ້ຈະຊ່ວຍໃຫ້ຜູ້ສ້າງນະໂຍບາຍ ແລະ ນັກວາງແຜນ.
ແຜນທີ່ເລື່ອງທີ່ຜະລິດອອກມາເຖິງຕອນນີ້ກ່ຽວຂ້ອງກັບມັນຕົ້ນ ແລະ ສາລີ....