ການຕີພີມ

Atlas of agricultural livelihoods and climate risk of the Lao People's Democratic Republic 2019–2020
2022
This Atlas presents the first national dataset on livelihoods and the farmers capacity to adapt to climate change in the Lao People's Democratic Republic. Maps included in the Atlas include the satisfaction of farmers’ basic needs, farmers’ access to the resources needed for innovation and the farmers’ capacity to translate innovation into action. The landscape characteristics mapped include attitudes towards livelihood-related change, economic activity, soil fertility, supporting infrastructure, food security issues, water security, institutional support and extension services, access to climate information through information and communication technologies (ICTs ), market access vis-a-vis production orientation, use of and access to agricultural inputs, livelihood diversification, and dependency on agriculture, including the rearing of livestock and fish. The dataset has been generated using an innovative method that combines participatory mapping and advanced data analysis, and which is, both in terms of technical standard and scientific innovation, state-of-the-art. The livelihood data is available online in the Land Resources Information Management System thanks to the work of two collaborating teams: "Applying seasonal climate forecasting and innovative insurance solutions to climate risk management in the agriculture sector in Southeast Asia” (De-Risk) project, implemented by CIAT; and the "Strengthening Agro-Climatic Monitoring and Information Systems (SAMIS)" project, implemented by FAO.
2021
ເອກະສານສະບັບດັ່ງກ່າວເປັນການນໍາສະເຫນີກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ຈັດຂຶ້ນໂດຍການຮ່ວມມືກັບສູນສາກົນເພື່ອການກະເສດເຂດຮ້ອນ (CIAT) ໂຄງການ De Risk (ນຳໃຊ້ການຄາດຄະເນດິນຟ້າອາກາດຕາມລະດູການ ແລະ ວິທີການແກ້ໄຂປະກັນໄພແບບນະວັດຕະກຳໃຫມ່ ໃນການຄຸ້ມຄອງຄວາມສ່ຽງດ້ານສະພາບອາກາດໃນຂະແໜງກະສິກຳ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້.ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ພາຍໃຕ້ກະຊວງກະສິກຳ (ກປມ) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ຜະລິດຊຸດຂໍ້ມູນການດຳລົງຊີວິດແຫ່ງຊາດ ແລະຄວາມສາມາດໃນການປັບຕົວຄັ້ງທຳອິດໃນປະເທດ. ມັນໄດ້ຖືກສ້າງຂື້ນໂດຍໃຊ້ວິທີການໃໝ່ໆ ໃນການລວມເອົາການສ້າງແຜນທີ່ແບບມີສ່ວນຮ່ວມ, ແລະ ການຮັກສາຂໍ້ມູນທີ່ມີຄວາມກ້າວຫນ້າ/ທັນສະໄຫມ ແລະ ແມ່ນທັງສອງ, ດ້ານມາດຕະຖານເຕັກນິກ ແລະ ນະວັດຕະກຳດ້ານວິທະຍາສາດ, ທັນສະໄຫມ. ດ້ວຍການຮ່ວມມືຂອງທີມງານຂັ້ນເມືອງ ແລະ ແຂວງຫລາຍກວ່າ 300 ຄົນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະເທດທຳອິດໃນຂັ້ນເສດຖະກິດທີ່ຜະລິດແຜນທີ່ປະເພດນີ້. ທີມງານແຫ່ງຊາດໃນປັດຈຸບັນສາມາດຈັດການການຜະລິດ ແລະ ການພັດທະນາຕໍ່ໄປຂອງຜົນຜະລິດທີ່ມີຄຸນນະພາບສູງຢ່າງອິດສະຫຼະ.
2021
ອຸຕຸນິຍົມທາງການກະເສດແມ່ນກ່ຽວຂ້ອງກັບປັດໃຈອຸຕຸນິຍົມ, ອຸທົກກະສາດ, ທໍລະນີສາດ ແລະ ຊີວະວິທະຍາທີ່ມີຜົນກະທົບຕໍ່ການຜະລິດກະສິກໍາ ເຊັ່ນດຽວກັນກັບການພົວພັນລະຫວ່າງກະສິກໍາ ແລະ ສິ່ງແວດລ້ອມ. ຄູ່ມືການຝຶກອົບຮົມສະບັບນີ້ ສ້າງຂຶ້ນເພື່ອການຝຶກອົບຮົມຄູຝຶກ (TOT) ເພື່ອຈັດຕັ້ງປະຕິບັດວຽກງານອຸຕຸກະເສດ ໃນລະດັບທ້ອງຖິ່ນໃຫ້ມີປະສິດທິຜົນ ໂດຍຜ່ານຫຼາຍວິທີ ທີ່ໄດ້ທົດສອບຢູ່ ສປປ ລາວ ເຊັ່ນ: ໂຮງຮຽນຊາວນາກ່ຽວກັບດິນຟ້າອາກາດ ແລະ ວິທີການແບບເປັນກຸ່ມ, ລະບົບການປະກາດສາທາລະນະ (ໂທລະໂຄ່ງ) ແລະ ກິດຈະກໍາຢູ່ໂຮງຮຽນ. ຄູ່ມືສະບັບນີ້ຖືກພັດທະນາຂື້ນເພື່ອນຳໃຊ້ລະບົບອອນໄລນ໌ຂອງການບໍລິການຂໍ້ມູນພູມອາກາດສໍາລັບກະສິກໍາໃນ ສປປ ລາວ (LaCSA) ທີ່ພັດທະນາພາຍໃຕ້ໂຄງການ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ (SAMIS) ທີ່ໃຫ້ທຶນໂດຍ ອົງການອໍານວຍຄວາມສະດວກດ້ານສິ່ງແວດລ້ອມໂລກ (GEF). ຊຶ່ງມີຈຸດປະສົງສໍາລັບການຝຶກອົບຮົມໃຫ້ຄູຝຶກ, ແລະ ການອອກແບບແມ່ນມີຄວາມຍືດຫຍຸ່ນເພື່ອໃຫ້ຫຼັກສູດ ຫຼື ບົດຮຽນສາມາດສະກັດອອກມາ ແລະ ນໍາເອົາໄປໃຊ້ໃນການຝຶກອົບຮົມພະນັກງານລະດັບພາກສະຫນາມດ້ວຍການປັບຕົວຂອງບາງທ້ອງຖິ່ນ. ການຝຶກອົບຮົມຍັງສາມາດຊ່ວຍຕື່ມຊ່ອງຫວ່າງລະຫວ່າງຜູ້ຜະລິດຂອງການບໍລິການດ້ານອຸຕຸກະເສດ ແລະ ຄວາມຕ້ອງການຕົວຈິງຂອງຊາວກະສິກອນ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ.
2021
ການສັງເກດການສະພາບພູມອາກາດທີ່ມີຄວາມລະອຽດສູງ ແມ່ນສ່ວນໜຶ່ງຂອງກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ”. ກົມອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ) ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ກຳລັງພັດທະນາແຜນທີ່ພູມອາດອາກາດທີ່ສະແດງໃຫ້ເຫັນຕົວປ່ຽນແປງຂອງສະພາບດິນຟ້າອາກາດໃນລະດັບຂອບເຂດພື້ນທີ່ຕ່າງໆ ສຳລັບອະດີດ ແລະ ໃນອະນາຄົດ. ແຜນທີ່ແຕ່ລະອັນຈະສະແດງໃຫ້ເຫັນຫນຶ່ງປະເພດຂອງຕົວແປ, ເຊິ່ງສ່ວນໃຫຍ່ແມ່ນອຸນຫະພູມ ຫຼື ປະລິມານນໍ້າຝົນ. ຕົວແປທີ່ກ່ຽວຂ້ອງກັບສະພາບພູມອາກາດ ທີ່ຈະຖືກສ້າງຂື້ນຢູ່ແຜນທີ່ແມ່ນມີຄວາມຊຸ່ມຊື່ນ, ຄວາມກົດດັນຂອງອາກາດ, ຄວາມໄວລົມ, ປະລິມານແສງແດດ ແລະ ອື່ນໆ. ຜົນໄດ້ຮັບຈະຊ່ວຍສະໜັບສະໜູນ ໃນການພັດທະນາເຂດນິເວດກະສິກຳ ແລະ ປ້ອນເຂົ້າໃນລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRMIS) ເພື່ອນຳໃຊ້ເຂົ້າໃນນະໂຍບາຍດ້ານກະສິກຳ ແລະ ການປັບຕົວເຂົ້າກັບການປ່ຽນແປງ.
2021
ແຜນພັບດັ່ງກ່າວນໍາສະເໜີກິດຈະກຳ ຂອງອົງປະກອບທີສອງຂອງໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຕິດຕາມກວດກາ ແລະ ຂໍ້ມູນຂ່າວສານກ່ຽວກັບອຸຕຸກະເສດ (SAMIS) ເພື່ອປັບປຸງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ຄໍ້າປະກັນທາງດ້ານດ້ານສະບຽງອາຫານຢູ່ໃນ ສປປ ລາວ”. ໂດຍການຮ່ວມມືກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ (ກປມ), ໂດຍໄດ້ຮັບການສະໜັບສະໜູນທາງດ້ານການເງິນຈາກອົງການ FAO ປະຈໍາປະເທດລາວ ແລະ ການສະໜັບສະໜູນດ້ານເຕັກນິກຈາກຊ່ຽວຊານສາກົນ FAO, ໄດ້ຜະລິດແຜນທີ່ປົກຄຸມທີ່ດິນກະສິກຳແຫ່ງຊາດຄັ້ງທຳອິດໃນປະເທດ. ມັນໄດ້ຖືກສ້າງຂື້ນໂດຍການນຳໃຊ້ວິທີການຮຽນຮູ້ກົນໄກປ່າໄມ້ແບບສຸ່ມເພື່ອ ກຳນົດການນຳໃຊ້ທີ່ດິນທີ່ແຕກຕ່າງຈາກພາບຖ່າຍດາວທຽມ ແລະ ທັງໃນດ້ານມາດຕະຖານເຕັກນິກ ແລະ ຄວາມຖືກຕ້ອງ, ທັນສະໄຫມ. ແຜນທີ່ປະກອບມີລະບົບການຜະລິດທີ່ສຳຄັນຂອງ ສປປ ລາວ, ລວມທັງການເຮັດໄຮ່ເລື່ອນລອຍ. ໃນສະບັບທີ່ເປີດໂຕຄັ້ງທໍາອິດ, ການປົກຫຸ້ມຂອງທີ່ດິນຕໍ່ໄປນີ້ແມ່ນສະແດງໃຫ້ເຫັນ: ຮູບນາເຂົ້າ, ການປູກພືດປະຈຳປີ, ການກະເສດຢູ່ເຂດເນີນສູງ (ການເຮັດໄຮ່ເລື່ອນລອຍ), ສາລີ, ມັນຕົ້ນ, ອ້ອຍ, ການປູກຊາ, ສວນກາເຟ, ໄມ້ປະດັບ ແລະ ສວນປູກພືດອື່ນໆ, ຄວາມເບົາບາງຂອງພືດພັນທຳມະຊາດ, ຄວາມໜາແໜ້ນຂອງພືດພັນທຳມະຊາດ, ພື້ນທີ່ເປົ່າຫວ່າງ, ພື້ນທີ່ກໍ່ສ້າງ, ແລະ ພື້ນທີ່ນ້ຳ. ຄວາມລະອຽດຂອງພິກເຊວຂອງແຜນທີ່ແມ່ນ 10m, ໃນຂະນະທີ່ໃຊ້ຮູບພາບຄວາມລະອຽດຊົ່ວຄາວກຕະຫຼອດປີຂອງການວິເຄາະ ແມ່ນຖືກນຳໃຊ້ ແລະ ປຽບທຽບກັບຂໍ້ມູນສັງເກດການພາກສະຫນາມ 2,740 ສະບັບ ແລະ ປັດຈຸບັນມີຄວາມຜິດພາດປະມານ 10% ເຊິ່ງມັນເປັນມາດຕະຖານທີ່ຍອມຮັບໄດ້ໂດຍອີງໃສ່ຄວາມຊ່ຽວຊານຂອງອົງການ FAO
