ການຕີພີມ
ການປະເມີນຄວາມຕ້ອງການຝຶກອົບຮົມ ແລະ ສະເໜີແຜນການພັດທະນາຄວາມອາດສາມາດ ສໍາລັບການນໍາໃຊ້ອຸຕຸກະເສດ
2020
ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ມີເປົ້າຫມາຍ ເພື່ອຍົກລະດັບຄວາມສາມາດໃນການລວບລວມ, ປຸງແຕ່ງ, ວິເຄາະ, ແລະ ແບ່ງປັນຂໍ້ມູນດ້ານພູມອາກາດ ແລະພູມສາດ ເພື່ອໃຫ້ສິ່ງເຫຼົ່ານີ້ສາມາດນຳໃຊ້ເຂົ້າໃນການວາງແຜນ ແລະ ການຕັດສິນໃຈ. ການປະເມີນຄວາມຕ້ອງການໃນການຝຶກອົບຮົມໃນປະຈຸບັນ ກໍານົດຄວາມຕ້ອງການໃນການຝຶກອົບຮົມ ສໍາລັບກິດຈະກໍາຂອງໂຄງການທີ່ກ່ຽວຂ້ອງກັບການຄຸ້ມຄອງຖານຂໍ້ມູນສະພາບອາກາດ, ການກະກຽມການບໍລິການຂໍ້ມູນດິນຟ້າອາກາດ ແລະ ອຸຕຸກະເສດ, ພ້ອມທັງຂັ້ນຕອນມາດຕະຖານການດໍາເນີນງານ. ເອກະສານນີ້ຍັງເວົ້າເຖິງຂັ້ນຕອນການຈັດຕັ້ງປະຕິບັດຂະບວນການຝຶກອົບຮົມລວມທັງການຝຶກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ. ການປະເມີນນີ້ໄດ້ຖືກພັດທະນາໂດຍເນັ້ນໃສ່ຄວາມຕ້ອງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ) ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຕ່ຈະເປັນຜົນປະໂຫຍດຕໍ່ກັບຫຼາຍພາກສ່ວນທີ່ຈັດຕັ້ງປະຕິບັດຢູ່ລະດັບຊາດ.
ໂປສເຕີຂ່າວສານອຸຕຸກະເສດຂອງໂຮງຮຽນ
2020
ອົງການອາຫານ ແລະ ການກະເສດ (FAO) ແລະ ໂຄງການອາຫານໂລກ (WFP) ແມ່ນກໍາລັງທົດລອງນະວັດຕະກໍາການເຜີຍແຜ່ການບໍລິການດ້ານອຸຕຸກະເສດໃຫ້ແກ່ຄູ ແລະ ນັກຮຽນຢູ່ໃນໂຮງຮຽນ. ການທົດລອງໄດ້ເປັນໂອກາດທີ່ຈະເສີມສ້າງຄວາມຊ່ຽວຊານທາງດ້ານເຕັກນິກຂອງ FAO ແລະ WFP, ສ້າງໂດຍ FAO ໄດ້ສະໜັບສະໜູນ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ແລະ ອົງການອາຫານໂລກ (WFP) ໄດ້ສະໜັບສະໜູນ ໂຄງການອາຫານໂຮງຮຽນໄດ້ຈັດຕັ້ງປະຕິບັດໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ (MoES). ການມີຢູ່ ແລະ ການລົງທຶນຢູ່ໃນສວນໂຮງຮຽນຜ່ານໂຄງການອາຫານໂຮງຮຽນເຮັດໃຫ້ມີໂອກາດການຮຽນຮູ້ທີ່ເປັນເອກະລັກ ພ້ອມທັງເປັນຕົວແບບໃນການຂະຫຍາຍຂອບເຂດທົ່ວປະເທດ.
ການປະເມີນຄວາມຕ້ອງການໃນການຝຶກອົບຮົມ ແລະ ສະເໜີກິດຈະກໍາການພັດທະນາຄວາມອາດສາມາດ ສໍາລັບການນໍາໃຊ້ໃນການແບ່ງເຂດນິເວດກະສິກໍາ
2020
ໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ມີຈຸດປະສົງເພື່ອເສີມສ້າງຄວາມສາມາດໃນການເກັບກໍາ, ປຸງແຕ່ງ, ວິເຄາະ, ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານພູມອາກາດ ແລະ ພູມສັນຖານ ເພື່ອໃຫ້ສິ່ງເຫຼົ່ານີ້ສາມາດນຳໃຊ້ກັບການວາງແຜນ ແລະ ການຕັດສິນໃຈ. ການປະເມີນຄວາມຕ້ອງການໃນການຝຶກອົບຮົມໃນປະຈຸບັນ ກໍານົດຄວາມຕ້ອງການໃນການຝຶກອົບຮົມ ສໍາລັບກິດຈະກໍາຂອງໂຄງການທີ່ກ່ຽວຂ້ອງກັບການພັດທະນາລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນທີ່ດິນ (LRIMS), ການແບ່ງເຂດນິເວດກະສິກໍາ (AEZ) ແລະ ສະຖານະການກະສິກໍາ-ສັງຄົມ. ເອກະສານນີ້ຍັງໄດ້ພັນລະນາກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດຂະບວນການຝຶກອົບຮົມ ລວມທັງການຝຶກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ. ການປະເມີນນີ້ໄດ້ຖືກພັດທະນາ ໂດຍກົມຄຸ້ມຄອງທີ່ດິນກະສິກໍາ (ຄພດກ) ພາຍໃນກະຊວງກະສິກໍາ ແລະ ປ່າໄມ້ ແຕ່ຈະເປັນຜົນປະໂຫຍດຕໍ່ກັບຫຼາຍໆພາກສ່ວນຢູ່ລະດັບຊາດ.
2020
ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ມີຈຸດປະສົງໃນການອອກອາກາດຂໍ້ມູນຂ່າວສານ ແລະ ການເຕືອນໄພອາກາດລ່ວງໜ້າໃຫ້ແກ່ປະຊາຊົນຢ່າງກວ້າງຂວາງຜ່ານທາງເວັບໄຊທ໌. ການປ່ຽນແປງດິນຟ້າອາກາດເຮັດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຂະແໜງກະສິກຳ ໃນທົ່ວປະເທດເຊິ່ງເກີດຈາກໄພນ້ຳຖ້ວມກະທັນຫັນ, ໄພແຫ້ງແລ້ງ, ພະຍາດພືດ ແລະ ໄພພິບັດທາງທຳມະຊາດ. ເພື່ອຕອບໂຕ້ກັບຄວາມສ່ຽງຂອງໄພພິບັດ, ການພະຍາກອນອາກາດປະຈຳວັນ, ອາທິດ ແລະ ປະຈຳເດືອນ ແລະ ການເຕືອນໄພອາກາດລ່ວງໜ້າ ແມ່ນມີຄວາມຈຳເປັນ ເພື່ອແຈ້ງໃຫ້ຊາວກະສິກອນຮູ້ທັນເວລາ. ການອອກອາກາດກ່ຽວກັບຄວາມສ່ຽງຂອງການພະຍາກອນອາກາດຈະເປັນປະໂຫຍດໂດຍກົງຕໍ່ຊາວກະສິກອນເຊິ່ງຜົນກະທົບຕໍ່ຜົນລະປູກຂອງຊາວກະສິກອນ ແລະ ຊ່ວຍໃຫ້ຊາວກະສິກອນສາມາດເຂົ້າເຖິງການພະຍາກອນອາກາດໄດ້ຢ່າງກວ້າງຂວາງຜ່ານທາງເວບໄຊທ໌.
2019
ແຜນການຕິດຕາມກວດກາ ແລະ ປະເມີນຜົນນີ້ (M&E) ແມ່ນກຽມພ້ອມສໍາລັບໂຄງການ "ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ". ໂຄງການດັ່ງກ່າວແມ່ນທຶນຊ່ວຍເຫຼືອຈາກອົງການອຳນວຍຄວາມສະດວກດ້ານສິ່ງແວດລ້ອມໂລກ (GEF) ພາຍໃຕ້ກອງທຶນສໍາລັບປະເທດທີ່ກໍາລັງພັດທະນາ (LDCF). ແຜນການຕິດຕາມກວດກາ ແລະ ປະເມີນຜົນ ໄດ້ກວມເອົາການຕິດຕາມກວດກາການປະຕິບັດງານຂອງໂຄງການ ແລະ ການປະເມີນຜົນກະທົບຂອງໂຄງການ. ການຕິດຕາມກວດກາແມ່ນໃຊ້ສໍາລັບການປະເມີນຜົນການປະຕິບັດງານ ໂດຍຜ່ານການປະເມີນຄວາມສໍາເລັດຂອງໂຄງການໃນການບັນລຸເປົ້າຫມາຍ ແລະ ຈຸດປະສົງທີ່ກໍານົດໄວ້ ໃນເວລາດຽວກັນການປະເມີນຜົນກະທົບຂອງໂຄງການ ແມ່ນສໍາເລັດໂດຍຜ່ານຂໍ້ມູນທີ່ໄດ້ມາຈາກການສຶກສາ ແລະ ການວິເຄາະໂຄງການເຊັ່ນ ການສໍາຫຼວດເບື້ອງຕົ້ນ, ການປະເມີນຜົນກາງໂຄງການ ແລະ ການປະເມີນທ້າຍໂຄງການ. ທັງການປະເມີນການຈັດຕັ້ງປະຕິບັດ ແລະ ການປະເມີນຜົນກະທົບຂອງໂຄງການຈະປະກອບສ່ວນເຂົ້າໃນການປັບປຸງການຕັດສິນໃຈ ແລະ ການຄຸ້ມຄອງໂຄງການ, ເພື່ອເຮັດໃຫ້ໂຄງການດໍາເນີນໄປຕາມຜົນໄດ້ຮັບ ແລະ ຈຸດປະສົງ ແລະ ການເຊື່ອມໂຍງບົດຮຽນທີ່ຖອດຖອນໄດ້ເຂົ້າໃນການວາງແຜນ.
