ກົນໄກແລກປ່ຽນຂໍ້ມູນຂ່າວສານແຫ່ງຊາດ ກ່ຽວກັບຊັບພະຍາກອນພັນທຸກຳພືດ


 
ຂ່າວໃໝ່
ກອງປະຊຸມວິຊາການກ່ຽວກັບການ ຈັດຕັ້ງປະຕິບັດການຂັດເລືອກແຜນ ກິດຈະກຳຂອງຊີວະນານາພັນ ກະສິ ກຳ: ຜົນໄດ້ຮັບ ແລະ ແຜນໃນຕໍ່ໜ້າ. ນະຄອນຫຼວງວຽງຈັນວັນທີ
11-12/12/2007.

ການອະນຸລັກ ແລະ ການນຳໃຊ້ຊັບ ພະຍາກອນພັນທຸກຳພືດ ທີ່ສະຖາ ບັນ ຄົ້ນຄວ້າ ວິທະຍາສາດເຕັກ ນິກ ກະສິກຳ ແລະ ປ່າໄມ້, ທັນວາ 2007.

ບົດລາຍງານທະແຫຼງການໃນ ຫົວຂໍ້ພັນທຸກຳພືດເພື່ອເປັນອາຫານ ແລະ ການກະສິກຳ, ທີ່ສະຖາບັນ ຄົ້ນຄວ້າ ວິທະຍາສາດເຕັກນິກ ກະສິກຳ ແລະ ປ່າໄມ້, ທັນວາ 2007.

ກອງປະຊຸມຄັ້ງທີ 3 ຂອງຜູ້ມີສ່ວນຮ່ວມ ໃນວຽກງານ ພັນທຸກຳພືດທີ່ເປັນອາ ຫານ ແລະ ການ ກະສິກຳ. ຢູ່ສະຖາບັນ ຄົ້ນຄວ້າ ວິທະຍາສາດເຕັກນິກ ກະສິກຳ ແລະ ປ່າໄມ້. ນະຄອນຫຼວງວຽງຈັນ ວັນທີ 7- 8 ພະຈິກ 2007.

ກອງປະຊຸມກ່ຽວກັບການສ້າງຄວາມ ເຂັ້ມແຂງດ້ານປັບປຸງພັນ ພືດ ແລະ ຊີວະ ເຕັກໂນໂລຊີ ທີ່ກ່ຽວຂ້ອງຢູ່ ສປປລາວ 24 - 26 ກໍລະກົດ 2007 ທີ່ ນະຄອນຫຼວງ ວຽງຈັນ.


 

ກົນໄກແຫ່ງຊາດແມ່ນຫຍັງ?

ກົນໄກແຫ່ງຊາດ ແມ່ນເຄືອຂ່າຍຂອງບັນດາອົງການຈັດຕັ້ງອະນຸລັກ ແລະ ນຳໃຊ້ຊັບພະຍາ
ກອນພັນທຸກຳພືດຢູ່ໃນ ສປປ ລາວ. ມີຈຸດປະສົງເພື່ອແລກປ່ຽນ ຂໍ້ມູນຂ່າວສານທາງດ້ານ ຊັບພະຍາກອນພັນທຸກຳພືດ ແລະ ໂດຍສະເພາະ, ເພື່ອການຈັດຕັ້ງປະຕິບັດແຜນປະຕິບັດ ງານໂລກສາກົນ (GPA) ກ່ຽວກັບຊັບ ພະຍາກອນພັນທຸກຳພືດ ເພື່ອເປັນອາຫານ ແລະ ການກະສິກຳຢູ່ ສປປ ລາວ. ສະເພາະກົນໄກດັ່ງກ່າວນີ້ໄດ້ສ້າງຂື້ນມາເພື່ອເປັນເຄື່ອງມື ສຳລັບ:

  • ການອະນຸລັກຮັກສາມູນເຊື້ອປະວັດສາດຂອງຊາດ ທາງດ້ານຊັບພະຍາກອນພັນ ທຸກຳພືດເພື່ອເປັນອາຫານ ແລະ ການກະສິກຳ.

  • ຊ່ວຍຂະບວນການວາງແຜນ ທາງດ້ານຊັບພະຍາກອນພັນທຸກຳພືດ ເພື່ອເປັນອາ ຫານ ແລະ ການກະສິກຳພາຍໃນປະເທດ, ຊື່ງລວມທັງ ການກຳນົດຄວາມຕ້ອງ ການ, ການສ້າງບູລິມະສິດ ແລະ ການແບ່ງກຸ່ມຂອງຊັບພະຍາກອນ.

  • ເຮັດໃຫ້ການຮ່ວມມືລະຫວ່າງພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃນການຄຸ້ມຄອງຊັບ ພະຍາກອນພັນທຸກຳພືດເພື່ອເປັນອາຫານ ແລະ ການກະສິກຳ ໃຫ້ມີຄວາມເຂັ້ມ ແຂງຂື້ນ.

  • ເພີ່ມທະວີຄວາມເຂົ້າໃຈກ່ຽວກັບສະຖານະພາບ ແລະ ການເຄື່ອນໄຫວຂອງຊັບ ພະຍາກອນພັນທຸກຳພືດ ເພື່ອເປັນອາຫານ ແລະ ການກະສິກຳ.

  • ເຮັດໃຫ້ການລາຍງານໃຫ້ຕົງກັບຄວາມຕ້ອງການຂອງເວທີສາກົນ ເຊັ່ນ: ຄະນະ ກຳມະການອົງການອາຫານ ແລະ ການກະສິກຳ ກ່ຽວກັບຊັບພະຍາກອນພັນທຸ ກຳພືດເພື່ອອາຫານ ແລະ ການກະສິກຳ, ສົນທິສັນຍາກ່ຽວກັບຊີວະນາໆພັນ, ແລະ ສົນທິສັນຍາສາກົນ ກ່ຽວກັບຊັບພະຍາກອນພັນທຸກຳພືດ ເພື່ອເປັນອາຫານ ແລະ ການກະສິກຳ.

ກົນໄກອັນນີ້ໄດ້ສ້າງຂື້ນມາພ້ອມກັບບັນດາກົນໄກຕ່າງໆ ທີ່ມີຮູບແບບລັກສະນະຄ້າຍຄືກັນ ຢູ່ໃນບັນດາປະເທດໃນໂລກ, ເພື່ອສ້າງເປັນກຸ່ມເຄືອຂ່າຍສາກົນ ໃນການແລກປ່ຽນຂໍ້ມູນ ຂ່າວສານດ້ານຊັບພະຍາກອນພັນທຸກຳພືດ ເພື່ອເປັນອາຫານ ແລະ ການກະສິກຳ, ພາຍ ໃຕ້ການຄຸ້ມຄອງຂອງຄະນະກຳມະການດ້ານຊັບພະຍາກອນພັນທຸກຳພືດ ເພື່ອເປັນອາ ຫານ ແລະ ການກະສິກຳ ຂອງອົງການອາຫານ ແລະ ການກະເສດ, ແລະ ເພື່ອເປັນການ ປະກອບສ່ວນເຂົ້າໃນ ການກະກຽມບົດລາຍງານສະໄໝທີ່ II ຂອງໂລກ.

ຈາກການປະກອບສ່ວນດ້ວຍຄວາມສະໝັກໃຈ ຂອງບັນດາສະຖາບັນຕ່າງໆ ຢູ່ພາຍໃນ ປະເທດ, ຊື່ງປະສານງານໂດຍຄະນະກຳມະການຊີ້ນຳລວມ ທີ່ຖືກແຕ່ງຕັ້ງຂື້ນມາແບບບໍ່ ເປັນທາງການ ກັບພາກສ່ວນທີ່ມີສ່ວນກ່ຽວຂ້ອງຕ່າງໆ.

ຜູ້ໃດຈະມາດເຂົ້າຮ່ວມໄດ້ ແລະ ດ້ວຍວິທີການໃດແດ່?

ການປະກອບສ່ວນຂອງຜູ້ມີສ່ວນກ່ຽວຂ້ອງທັງໝົດ, ໂດຍສະເພາະຂອງບັນດາສະຖາບັນ ອົງການຈັດຕັ້ງ, ວິສະຫະກິດລັດ ແລະ ເອກະຊົນ ນີ້ແມ່ນຖືວ່າເປັນສ່ວນໜື່ງຂອງການເຂົ້າ ຮ່ວມຢູ່ໃນລະບົບ ຫຼື ກົນໄກເພື່ອນຳໃຊ້ ແລະ ອະນຸລັກຊັບພະຍາກອນພັນທຸກຳພືດ ເພື່ອ ເປັນອາຫານ ແລະ ການກະສິກຳ ໃຫ້ຍືນຍົງຍາວນານຢູ່ໃນ ສປປ ລາວ.

 

 



ບັນດາລີ້ງພາຍໃນປະເທດ

ກະຊວງກະສິກຳ ແລະ ປ່າໄມ້ (MAF)

ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ (NAFRI)

ໂຄງການລາວ-ອີຣີ (Lao - IRRI)


ບັນດາລີ້ງຕ່າງປະເທດ

ອົງການອາຫານ ແລະ ການກະເສດ (FAO)

ແຜນປະຕິບັດງານສາກົນ ເພື່ອການອະ ນຸລັກ ແລະ ນຳໃຊ້ ແບບຍື່ນຍົງ ຂອງຊັບ ພະຍາກອນພັນທຸກຳພືດເພື່ອເປັນອາຫານ ແລະການກະສິກ(GPA)

ຂໍ້ມູນຂ່າວສານ ແລະ ລະບົບເຕືອນ ໄພລ່ວງໜ້າ ຂອງໂລກ(WIEWS)

ຄະນະກຳມະການດ້ານຊັບພະຍາກອນ ສຳຫຼັບ ອາຫານ ແລະ ການກະສິກຳ (CGRFA)

ຊີວະນາໆພັນສາກົນ (IPGRI)

ສົນທິສັນຍາກ່ຽວກັບຊີວະນາໆພັນ (CBD)

 


 ຕ້ອງການຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ໄດ້ :

ດຣ. ມົນທາທິບ ຈັນເພັງໄຊ
ຫົວໜ້າສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້, ຜູ້ປະສານງານລະດັບຊາດ
ຕູ້ ປ.ນ 7170 ນະຄອນຫຼວງວຽງຈັນ, ສປປ ລາວ.​
ໂທລະສັບ: (+856-21)770084 ແຟັກ: (+856-21)770079
ອີເມວ : : [email protected]

 

ຜູ້ຈັດທຳເວັບໄຊ: ພອນປະເສີດ ວົງສີປະສົມ
ອີເມວ::phon[email protected]