FAO logo ອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ 
ພາສາລາວ Englsih
ຫ້ອງການຜູ້ຕາງຫນ້າ              ປະຈຳ ສປປ ລາວ
 

ເອກະສານ ຫນ້າເວັບ ຮູບພາບ

ຫນ້າທຳອິດ
 
ໂຄງການ
 
ເອກະສານ
ບົດລາຍງານ
ຫ້ອງສະຫມຸດ
 

ຮູບພາບ

 
ເວັບໄຊທ໌ອື່ນໆ
 
ປະກາດຮັບສະຫມັກງານ
 
ຕິດຕໍ່ພວກເຮົາ
 
 

ຫ້ອງສະຫມຸດ FAO ໃນ ສປປ ລາວ

ກ່ຽວກັບຫ້ອງສະຫມຸດ

ຫ້ອງສະຫມຸດຕັ້ງຢູ່ຫ້ອງການອົງການFAO ໃນ ສປປລາວ, ທີ່ນະຄອນຫຼວງວຽງຈັນ. ໃນນັ້ນມີເອກະສານຫຼາຍປະເພດ, ບໍ່່ ວ່າຈະເປັນປຶ້ມ ແລະ ເອກະສານໂຄງການທີ່ກ່ຽວກັບການກະສິກຳ, ການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ປ່າໄມ້, ການປະມົງ ແລະ ອື່ນໆ.
 

ຫົວເລື່ອງ

ການກະສິກຳ, ອາຫານ ແລະ ໂພຊະນາການ, ການປູກພືດ ແລະ ການປ້ອງກັນພືດ, ການພັດທະນາຊົນນະບົດ, ການ ລ້ຽງສັດ ແລະ ການເບິ່ງແຍງສຸຂະພາບສັດ, ເຄື່ອງມືການກະສິກຳ, ການປູກພືດອຸດສະຫະກຳ, ການປະມົງ, ປ່າໄມ້, ການ ປູກປ່າແບບປະສົມປະສານ, ການພັດທະນາແບບຍືນຍົງ, ສະຖິຕິ, ເສດຖະກິດການກະສິກຳ ແລະ ຂະແຫນງການອືື່ນໆທີ່ ກ່ຽວຂ້ອງ.
 

ເອກະສານ

ຫ້ອງສະຫມຸດມີເອກະສານອ້າງອີງໃຫ້ແກ່ພະນັກງານສປຊ, ພະນັກງານທີ່ປຶກສາ ຫຼື ຊ່ຽວຊານ ແລະ ພ້ອມນັ້ນຍັງເປັນສູນຂໍ້ ມູນໃຫ້ແກ່ພະນັກງານລັດຖະກອນ, ນັກຄົ້ນຄວ້າ ແລະ ນັກຮຽນ-ນັກສຶກສາ.

ເພີື່ອເປັນການຊຸກຍູ້ໃຫ້ແກ່ການບໍລິການ ອີງຕາມຄວາມຕ້ອງການຂອງຜູ້ນຳໃຊ້, ຫ້ອງສະຫມຸດອົງການ FAO ຂອງພວກ ເຮົາໄດ້ມີການເຊື່ອມຕໍ່ກັບສູນຂໍ້ມູນອື່ນໆນຳອີກ.

ເອກະສານຂອງຫ້ອງສະຫມຸດປະກອບມີ:

  • ເອກະສານ: ມີຫຼາຍກ່ວາ 3000 ຊື່ເລື່ອງທີ່ໄດ້ຖືກຈັດໄວ້ໃນຖ້ານປຶ້ມແບບເປີດ (ສາມາດຄົ້ນຫາດ້ວຍຕົວຂອງ ທ່ານເອງ). ການຈັດຫມວດຫນັງສື ໂດຍອີງໃສ່ລະບົບການຈັດປຶ້ມຂອງອົງການFAO ແລະ ການນຳໃຊ້ລະບົບ ທົດສະນິຍົມຂອງດິວອີ້ (DDC).

  • ເອກະສານທີ່ກ່ຽວກັບປະເທດລາວ: ບົດລາຍງານໂຄງການຂອງອົງການFAO,  ບົດລາຍງານພາກສະຫນາມ, ບົດລາຍງານຂອງລັດຖະບານ ແລະ ຈາກສະຖາບັນອື່ນໆທັງພາຍໃນ ແລະ ຕ່າງປະເທດ.

  • ວາລະສານ: ຫນັງສືຂ່າວ ແລະ ວາລະສານທີ່ພິມອອກໂດຍອົງການFAO  ແລະ ອົງການອື່ນໆ.

  • ຊີດີ ແລະ ກະແຊັດວີດີໂອ: ສາມາດຢືມອອກໄດ້ເພື່ອເປັນເອກະສານອ້າງອີງ.

  • ສິ່ງພິມອື່ນໆ: ໃບຂ່າວ, ເອກະສານສົ່ງເສີມ, ມີເອກະສານ ແລະ ແຜ່ນພັບສຳລັບແຈກ.

  • ຖານຂໍ້ມູນ: ສາມາດຄົ້ນຫາຂໍ້ມູນ ຫຼື ເອກະສານໄດ້ຈາກຖານຂໍ້ມູນFAO ລະບົບອອນໄລນ໌ທາງອິນເຕີເນັດ, ເພື່ອ ຊອກຫາເອກະສານທີ່ມີໃນຫ້ອງສະຫມຸດຂອງພວກເຮົາ.

ລະບົບຫ້ອງສະຫມຸດ

ລະບົບການຈັດຫມວດຫມູ່ແບບລະບົບທົດສະນິຍົມຂອງດິວອີ້ (DDC: Dewey Decimal Classification System) ໄດ້ຖືກນຳໃຊ້ຢ່າງກ້ວາງຂວາງທີ່ສຸດໃນທົ່ວໂລກ. ຫ້ອງສະຫມຸດຫຼາຍກວ່າ135ປະເທດ ໃນທົ່ວໂລກໄດ້ນຳ ໃຊ້ລະບົບດັ່ງ ກ່າວເພື່ອຈັດຫມວດຫມູ່ຫນັງສື, ແລະ ພ້ອມນີ້ຍັງໄດ້ຖືກນຳໃຊ້ເພື່ອຈັດລະບົບຫ້ອງສະຫມຸດລະດັບຊາດຫຼາຍກວ່າ 60 ປະ ເທດໃນໂລກ. ຫ້ອງສະຫມຸດຫຼາຍປະເພດໄດ້ນຳໃຊ້ ລະບົບການຈັດຫມວດຫມູ່ແບບລະບົບທົດສະນິຍົມ ຂອງດິວອີ້ພື່ອ ຈັດຫມວດຫມູ່ຫນັງສື ແລະ ຍັງໃຊ້ເລກດັ່ງກ່າວຮ່ວມກັບລະບົບອື່ນໆ (WorldCat, the OCLC Online Union Catalog). ພ້ອມກັນນັ້ນລະບົບທົດສະນິຍົມຂອງດິວອີ້ ແມ່ນໄດ້ຖືກນຳໃຊ້ເພື່ຫຼາຍໆຈຸດປະສົງ ເຊັ່ນ: ການຄົ້ນຫາຂໍ້ມູນ ຕາມແຫຼ່ງຂໍ້ມູນຕ່າງໆຕາມເວັບໄຊທ໌.
 

ການບໍລິການຂອງຫ້ອງສະຫມຸດ

ເວລາເປີດບໍລິການ

        ວັນຈັນ - ວັນສຸກ

  • ຕອນເຊົ້າ 8:30 - 11:30

  • ຕອນສວາຍ 13:30 - 16:00

ບໍລິການຢຶມ-ສົ່ງ

ການບໍລິການບໍ່ສະເພາະແຕ່ພະນັກງານອົງການFAOທົ່ານັ້ນ, ແຕ່ຍັງໃຫບໍລິການແກ່ບຸກຄົນທົ່ວໄປ, ພະນັການລັດ-ເອ ກະຊົນ, ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ...
 

ລະບຽບການບໍລິການຢືມ-ສົ່ງ

  • ກະລຸນາສະແດງບັດສະມາຊິກທຸກຄັ້ງ ກ່ອນການຢືມປຶ້ມອອກ

  • ຜູ້ນຳໃຊ້ຫ້ອງສະຫມຸດ ສາມາດຢືມປຶ້ມອອກແຕ່ລະຄັ້ງບໍ່ເກີນ5ຫົວ

  • ການຢືມຫນັງສືແຕ່ລະຄັ້ງ ຕ້ອງສົ່ງຄືນພາຍ ໃນ15ມື້

  • ຫຼັງຈາກກາຍ15ມື້ ສາມາດນຳປຶ້ມດັ່ງກ່າວມາຢືມຕໍ່ໄດ້ ຫຼື ແຈ້ງໃຫ້ພະນັກງານອົງການFAO ໃນ ສປປ ລາວ ຊາບທາງໂທລະສັບ ຫຼຶ ອິເມລກໍ່ໄດ້.

  • ມີບາງລາຍການທີ່ບໍ່ສາມາດຢືມອອກໄດ້, ແຕ່ວ່າບາງຄັ້ງສາມາດຢືມອອກໄດ້ຫນຶ່ງມື້.

ລະບົບຫນັງສື ອອນໄລນ໌

ທ່ານສາມາດຄົ້ນຫາໃນ FAO Online Catalogue

ວິທີໃນການຄົ້ນຂໍ້ມູນຫ້ອງສະຫມຸດ FAOLA ອອນໄລນ໌

  • ກົດທີ່ປຸ່ມ Advanced ທີ່ແຖບລາຍການເບື້ອງຊ້າຍມື

  • ພິມຄຳວ່າ FAOLA ໃສ່ທີ່ຫ້ອງ Holding library

  • ກົດທີ່ປຸ່ມ Sort results by  ແລະ ເລືອກເອົາຄຳທີ່ຕ້ອງການຄົ້ນ

  • ກົດທີ່ປຸ່ມ Search ເພື່ອເບິ່ງຜົນທີ່ໄດ້ຮັບ

ຫ້ອງສະຫມຸດອື່່່ນໆ

ຫ້ອງສະຫມຸດ ອົງການອະນຸລັກສັດປ່າ (WCS)

ຫ້ອງສະຫມຸດ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ (ສຄກປ)

ຫ້ອງສະຫມຸດ ສູນຂໍ້ມູນຂ່າວສານບົດບາດຍິງ-ຊາຍເພື່ອການພັດທະນາ (ສຂບພ)

 

 

 contact: FAO-LA@fao.org