FAO logo ອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ
ພາສາລາວ English
ຫ້ອງການຜູ້ຕາງຫນ້າ          ປະຈຳ ສປປ ລາວ   
    
ເອກະສານ   ຫນ້າເວັບ   ຮູບພາບ 
ຫນ້າທຳອິດ
 
ໂຄງການ
 

ເອກະສານ

 

ຮູບພາບ

 
ເວັບໄຊທ໌ອື່ນໆ
 
ປະກາດຮັບສະຫມັກງານ
 
ຕິດຕໍ່ພວກເຮົາ
 

 

 

ອົງການອາຫານ ແລະ  ການກະເສດ ປະຈຳ ສປປ ລາວ

ອົງການອາຫານ ແລະ ການກະເສດ (FAO) ໄດ້ໃຫ້ການຊ່ວຍເຫຼືອທັງພາກລັດ ແລະ ປະຊາຊົນຢູ່ໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ບົນພື້ນຖານແນວທາງແຜນ ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານລາວ. ອົງການ FAO ໄດ້ມີສ່ວນຮ່ວມໃນການສ້າງເອກະສານ ຂອບການຮ່ວມມືດ້ານການພັດທະນາ ຂອງອົງ ການສະຫະປະຊາຊາດສຳລັບ ປະຊາທິປະໄຕ ປະຊາຊົນລາວ (UNDAF) ເພື່ອແນໃສ່ ເຮັດໃຫ້ການຮ່ວມມືກັບ ສປປ ລາວ ແຫນ້ນແຟ້ນຂຶ້ນກ່ວາເກົ່າ.

ການຊ່ວຍເຫຼືອທາງເຕັກນິກ ແລະ ດ້ານນະໂຍບາຍ, ໂດຍອົງການ FAO ຮວມທັງບັນ ດາອົງການຈັດຕັ້ງອື່ນໆ, ໃນການສົ່ງເສີມຄວາມສະເຫມີພາບ ທາງດ້ານບົດບາດຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການປົກປັກຮັກສາສະພາບແວດ ລ້ອມ, ການສ້າງຄວາມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ສະຖາ ບັນຕ່າງໆ.

ການເຮັດວຽກໄດ້ສຸມໃສ່ 4ເຂດຄື:                                               

  1. ການປັບປຸງການຄ້ຳບຽງອາຫານໃນຄົວເຮືອນ ແລະ ການສ້າງຄວາມສາມາດ ໃຫ້ແກ່ກຸ່ມເປົ້າຫມາຍ ເພື່ອຄ້ຳປະກັນສະບຽງອາຫານ, ໂດຍຜ່ານທາງຂໍ້ມູນ ຂ່າວສານ ແລະ ແນວທາງນະໂຍບາຍທີ່ດີຂຶ້ນກວ່າເກົ່າ.

  2. ການຈັດສັນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ການຫຼຸດ ຜ່ອນຄວາມທຸກຍາກ.

  3. ການປະຕິຮູບການກະສິກຳແບບພໍຢູ່ພໍກິນ ໄປສູ່ການຜະລິດສິນຄ້າເພື່ອປ້ອນຕະ ຫຼາດກະສິກຳໃນພາກຕາເວັນອອກ.

  4. ການສົ່ງເສີມລະບົບການຄຸ້ມຄອງ ການປອດພະຍາດໄຂ້ຫວັດສັດປີກ, ການໃຫ້ ຂໍ້ມູນຂ່າວສານ, ການສຶກສາ ແລະ ວຽກງານຊຸມຊົນກ່ຽວກັບການໂຄສະນາ ເປີດກ້ວາງດ້ານຄວາມຮູ້ກ່ຽວກັບຄົນເຮົາ ແລະ ໄຂ້ຫວັດສັດປີກ.
     

ແຫຼ່ງຂໍ້ມູນ
ວັບໄຊທ໌ ອົງການ FAO

ສູນຂໍ້ມູນກະສິກຳສາກົນ (WAICENT)

ອົງການFAO ປະຈຳພາກພື້ນ        ອາຊີ-ປາຊີຟິກ (RAP)

ລະບົບສປຊໃນ ສປປ ລາວ

ກອງປະຊຸມສຸດຍອດອາຫານໂລກ

ວັນອາຫານໂລກ

ໂຄງການພິເສດເພື່ອຄ້ຳປະກັນ ສະບຽງອາຫານ (SPFS)

ກອງທຶນຄ້ຳປະກັນສະບຽງອາຫານ ຂະຫນາດນ້ອຍ (TeleFood)

ແນວຄວາມຄິດເລື່ອງຄວາມປອດໄພ
ດ້ານສະບຽງອາຫານ

ຂ່າວສານ ແລະ ເຫດການທີ່ເກີດຂຶ້ນ
ເຫດການວັນອາຫານໂລກ
 contact: FAO-LA@fao.org