ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຮ່ວມມືເພື່ອແລກປ່ຽນກ່ຽວກັບການບໍລິການອຸຕຸການກະເສດ: ການພັດທະນາບົດສະເຫນີໂຄງຂອງ GCF ລະຫວ່າງ ລາວ-ກຳປູເຈຍ

08/09/2021

ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້​ໄດ້​ຈັດ​ກອງ​ປະ​ຊຸມ​ຫາ​ລື​ຂື້ນ​ທີ່​ຫ້ອງ​ການ​ພາກ​ພື້ນ​ເອ​ເຊຍ ​ແລະ ​ປາ​ຊິ​ຟິກ ຂອງອົງການອາຫານ ແລະ ການກະເສດ ເພື່ອ​ນຳ​ເອົາ​ບັນດາ​ສະ​ຖາ​ບັນ​ທີ່​ສຳຄັນ​ເຂົ້າ​ຮ່ວມ​ໃນ​ການ​ເກັບ​ກຳ​ຂໍ້​ມູນ, ການຕີຄວາມ​ໝາຍ ແລະ ການເຜີຍ​ແຜ່​ກ່ຽວ​ກັບ​ຂໍ້​ມູນ​​ອຸ​ຕຸ​​ກະ​ເສດ, ​ແຈ້ງ​ເຕືອນ​ ແລະ ຄໍາ​ແນະ​ນຳ​ໃຫ້​ແກ່​ສອງເທດ (ລາວ​ ແລະ ​ກຳ​ປູ​ເຈຍ) ເພື່ອ​ແບ່ງ​ປັນ​ປະ​ສົບ​ການ, ສິ່ງ​ທ້​າ​ທາຍ​ ແລະ ໂອກາດ​ໃນ​ອາ​ນາ​ຄົດ. ໃນ​ກອງ​ປະ​ຊຸມ​ໄດ້​ມີ​ບັນ​ດາ​ພະ​ແນກ​ຕ່າງ​ທີ່​ກ່ຽວ​ຂ້ອງ​ກັບວຽກ​ອຸ​ຕຸ​ນິ​ຍົມ-ອຸທົກກະສາດ, ​ກະ​ຊວງ​ກະ​ສິ​ກຳ ແລະ ພາກ​ສ່ວນ​ອື່ນໆ ນຳ​ສະ​ເໜີ​ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໃນ​ປະ​ຈູ​ບັນ ແລະ ຈຸດປະສົງໃນອະນາຄົດ, ເຊັ່ນດຽວກັນກັບຊ່ອງຫວ່າງທີ່ກ່ຽວຂ້ອງ ແລະ ຄວາມຕ້ອງການເພື່ອສ້າງຄວາມເຂັ້ມແຂງການບໍລິການ​ບໍ​ລິ​ການ​ຂໍ້​ມູນ​ອຸ​ຕຸ​ການ​ກະ​ເສດ. ທີມ​ວິ​ຊາ​ການ​ຈາກ​ລາວ​ໄດ້​ແບ່ງ​ປັນ​ປະ​ສົບ​ການ ແລະ ຖອດ​ຖອນ​ບົດ​ຮຽນ ​ທີ່​ໄດ້​ພັດ​ທະ​ນາ​ມາ​ລະ​ບົບ​ມາ​ຈາກ​ໂຄງ​ການ​ SAMIS ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ. ກອງ​ປະ​ຊຸມ​ຄັ້ງ​ນີ້​ຖື​ວ່າ​ເປັນ​ຮອບ​ປະ​ຖົມ​ມະ​ເລີກ ​ທີ່ນອນ​ຢູ່​ໃນ​ແຜນ​ງານ ໂຄງ​ການ PEARL GCF ໃນ​ກຳ​ປູ​ເຈຍ.