ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ເຝຶກອົບຮົມການນຳໃຊ້ ແອັບຫຼັກຊາ ໃນການເກັບຂໍ້ມູນກະສິກຳ

11/08/2021

ກົມຄຸ້ມຄອງ ແລະ ພັດທະ​ນາທີ່​ດິນກະ​ສິກຳ (ຄພດກ), ພາຍ​ໄຕ້ການສະ​ໜັບສະ​ໜູນຈາກ ໂຄງການໃຫ້ທືນໂດຍ GEF ຂອງ FAO ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະ​ບົບຂໍ້ມູນຂ່າວສານ ແລະ ການຕິດຕາມຂໍ້​ມູນອຸ​ຕຸກະ​ເສດ (SAMIS), ເຊິ່ງປັດຈຸ​ບັນນີ້ທາງກົມສາ​ມາດເຂົ້າເຖິງລະ​ບົບຫຼັກຊາໄດ້ ຜ່ານທາງ URL www.lacsa.net ແລະ ສາ​ມາດເຂົ້າໄດ້ທ່າງ ແອັບຂອງລະບົບແອນດ​ຣອຍ ແລະ ໄອໂອເອສໄດ້.

ໃນທີ່ນີ້ໜາຍຄວາມວ່າທາງກົມ ແມ່ນສາ​ມາດເຂົ້າເຖິງລະ​ບົບ, ສາ​ມາດດັດແກ້ຂໍ້​ມູນໃນລະ​ບົບ ແລະ ສາ​ມາດດັດແກ້ຂໍ້​ມູນກະ​ສິກຳຢູ່ທາງໃນລະ​ບົບໄດ້. ນີ້ແມ່ນມີຄວາມສຳຄັນສຳລັບ ຄພດກ ຫຼາຍໃນການດັດແກ້ຂໍ້​ມູນ ໃນກໍ​ລະ​ນີທີ່ມີຄວາມຜິດພາດ. ໃນເວ​ລາດຽວກັນນັ້ນ ທາງກົມກໍ່ສາ​ມາດ ຕິດຕາມສະ​ພາບການປ້ອນຂໍ້​ມູນຈາກທ້ອງຖິ່ນ. ຕົວຢ່າງວ່າ ຖ້າຫາກວ່າອົງກອນທ້ອງຖິ່ນໃດໜຶ່ງຫາກບໍ່ ອັບໂຫຼດຂໍ້​ມູນຕົງຕາມເວ​ລາ ທາງກົມແມ່ນສາ​ມາດກວດສອບໄດ້ໂດຍອັດ​ຕະ​ໂນ​ມັດເທິງຈໍ​ຄອມພິວ​ເຕີ້, ແລະ ສາ​ມາດກຳນົດມາດຕະ​ການແກ້ໄຂບັນຫາດັ່ງ​ກ່າວ.

ກ່ອນການເຝິກອົບຮົມຄັ້ງນີ້ ການມີສ່ວນຮ່ວມໃນການເກັບຂໍ້​ມູນ ຂອງຫ້ອງການເມືອງ ແມ່ນມີແຕ່ພາກສ່ວນຫ້ອງການຊັບພະ​ຍາກອນທຳມະ​ຊາດ ແລະ ສິ່ງແວດລ້ອມເມື່ອງເທົ່ານັ້ນ, ໃນໄລ​ຍະຜ່ານການເຝິກອົບຮົມນີ້ ໄດ້ສ້າງຂີດຄວາມສາ​ມາດໃຫ້ແກ່ເບື້ອງກະ​ສິກຳເມືອງເຊັ່ນດຽວກັນເພື່ອຮັບປະ​ກັນວຽກງານດັ່ງກ່​າວ.

ການເຝິກ​ອົບຮົມດຳເນີນໂດຍ ດ​ຣ ຄິມ ກວງຢູນ, ມີຜູ້ເຂົ້າຮ່ວມທັງໜົດຈາກ ກົມຄຸ້ມຄອງພັດທະ​ນາທີ່​ດິນກະ​ສິກຳ 11 ທ່ານ.