ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

SAMIS ແມ່ນຫຍັງ?

ໂຄງການສ້າງຄວາມເຂັມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SANIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດີນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສ ປປ ລາວ. ແມ່ນການເພີມການຕັດສີນໃຈ ແລະ ຄວາມສາມາດໃນການວາງແຜ່ນສຳລັບຂະແໜງການກະສິກຳໃນລະດັບຊາດ ແລະ ລະດັບການປ່ຽນຄຸ້ມຄອງໃນ ສ ປປ ລາວ. ຈຸດປະສົງຂອງໂຄການນັ້ນແມ່ນເພື່ອເສີມຂະຫຍາຍຄວາມສາມາດໃນການໂຄງລລວບລວມ, ປະເມີນຜົນ, ວິເຄາະ ແລະ ແບ່ງປັນຂໍ້ມູນສະພາບ ພູມອາກາດ ແລະ ທາງພູມີສາດເພື່ອໃຫ້ສາມາດນຳໃຊ້ໄດ້ໃນການວາງແຜນ ແລະ ການຕັດສີນໃຈ.ໂຄງການນີ້ແມ່ນການສ້າງໂຄງລ້າງພື້ນຖານ ແລະ ມີການຕິຕາມການກວດສອບສະພາບອາກາດ ແລະ ຄວາມສາມາດໃນການຜະລິດແບບຢືນຍັງໂດຍການເພີ່ມປະສິດຕິພາບຂອງຊາວກະສິກອນ ແລະ ຄວາມສາມາດຕໍ່ຕ້ານການປ່ຽນແປງຂອງດີນຟ້າອາກາດ ດັ້ງນັ້ນ, ຊາວກະສິກອນຈະສາມາດແຈ້ງເອົາຄຳຕັດສີນ ກ່ຽວກັບເຕັກໂນໂລຊີ ທີ່ເໝາະສົມທີ່ສຸດ ແລະ ວິທີການທີເໝາະສົມໃນການປະເຊີນໜ້າກັບການປ່ຽນແປງສະພາບອາກາດ. ໃນລະດັບຊາດ, ການຄາດຄະເນໃນອານາຄົດລະບຽບກ່ຽວກັບການແຈກຈ່າຍ ແລະ ການປູກພຶດ ແລະການຍອອມຮັບດ້ານເສດທະກິດສັງຄົມຂອງລະບົບກະສກຳ ແລະ ການປູກພຶດທີ່ຈະມີຜົນກະທົບຕໍ່ການປ່ຽນແປງຂອງສະພາບດີນຟ້າອາກາດ

ຂ່າວລ້າສຸດ

{imagealttext}
18/11/2022
ທີ່ປຶກສາເອກະລາດສາມທ່ານ ຖືກຈ້າງຈ້າງໂດຍ FAO, ກໍາລັງດໍາເນີນການທົບທວນພາຍນອກກ່ຽວກັບຜົນໄດ້ຮັບສຸດທ້າຍຂອງໂຄງການ. ທີມງານແມ່ນປະກອບດ້ວຍຜູ້ນໍາທີມງານຕ່າງປະເທດຫນຶ່ງຄທ່ານ; ຜູ້ຊ່ຽວຊານດ້ານວິຊາການຫນຶ່ງທ່ານ ແລະ ພະນັກງານໂຄງການ ແລະ ທີ່ປຶກສາຄົນລາວຫໜຶ່ງທ່ານ. ຍ້ອນຄວາມຊັບຊ້ອນຂອງໂຄງການ ແລະ ການເຄື່ອນໄຫວທີ່ຫຼາກຫຼາຍ, ທີມງານຈຶ່ງໄດ້ຕິດຕໍ່ພົວພັນກັບບັນດາຄູ່ຮ່ວມໂຄງການຢູ່ອີຕາລີ, ເກົາຫຼີໃຕ້, ໄທ ແລະ ຫວຽດນາມ. ທີມງານຍັງໄດ້ພົວພັນກັບໜ່ວຍງານຕ່າງໆຂອງລັດຖະບານຢູ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,...
{imagealttext}
27/10/2022
ຊາວກະສິກອນ, ນັກຄົ້ນຄວ້າກະສິກໍາ, ຜູ້ຊ່ຽວຊານ, ແລະ ຜູ້ວາງນະໂຍບາຍໃນ ສປປ ລາວ ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍຂຶ້ນ ແລະ ດີຂຶ້ນກວ່າທີ່ເຄີຍມີມາກ່ອນ ຂໍຂອບໃຈກັບລະບົບບໍລິການຂໍ້ມູນພູມອາກາດສໍາລັບກະສິກຳໃນລາວ (LaCSA). ຄວາມສໍາຄັນສໍາລັບການວາງແຜນອະນາຄົດຂອງກະສິກໍາ ແລະ ປ່າໄມ້ ທ່າມກາງການປ່ຽນແປງຂອງດິນຟ້າອາກາດ, ຄວາມສາມາດຂອງ ສປປ ລາວ ໃນການສ້າງແບບຈໍາລອງການແບ່ງເຂດນິເວດກະສິກໍາ (AEZ)...
{imagealttext}
09/09/2022
After more than three year of operation, the LaCSA has become an established reality in the digital agriculture system of...

Publications

ການເກັບຂໍ້ມູນໄກ້ເວລາຈິງການລະບາດຂອງພະຍາດ ແລະ ແມງໄມ້
2022
ແຜ່ນພັບດັ່ງກ່າວນຳສະເໜີເຄື່ອງມືທີ່ນໍາໃຊ້ການບໍລິການຂໍ້ມູນພູມອາກາດສໍາລັບກະສິກໍາໃນລາວ (LaCSA) ເພື່ອເກັບກຳຂໍ້ມູນສັດຕູພືດ ແລະ ພະຍາດໃນເວລາໃກ້ຕົວຈິງ. ຂໍ້ມູນການລະບາດຂອງສັດຕູພືດ ແລະ ພະຍາດໃນເວລາຈິງແມ່ນເກັບກຳໂດຍ ສູນປ້ອງກັນພືດຕັ້ງແຕ່ຫຼາຍປີທີ່ຜ່ານມາ. ພາຍໃຕ້ການຮ່ວມມືກັບ FAO, ຂໍ້ມູນດັ່ງກ່າວໄດ້ຖືກນໍາໃຊ້ເປັນສ່ວນຫນຶ່ງຂອງລະບົບ LaCSA ເພື່ອຜະລິດການບໍລິການຂໍ້ມູນພູມອາກາດສໍາລັບຊາວກະສິກອນໃນແບບລາຍອາທິດ ແລະ ປະຈໍາເດືອນ. ຮູບແບບການປ້ອນຂໍ້ມູນສັດຕູພືດ ແລະ ພະຍາດພືດທີ່ໃກ້ກັບເວລາຕົວຈິງ ແລະ ລາຍງານເຫດການແມ່ນໄດ້ຖືກນຳສະເໜີເຊັ່ນດຽວກັນ. ນອກຈາກນັ້ນ, ແຜ່ນພັບຍັງອະທິບາຍວ່າ ເຄື່ອງມືໃໝ່ນີ້ຊ່ວຍໃນການວາງແຜນຍຸດທະສາດ ແລະ ການຄຸ້ມຄອງພະຍາດພືດ ແລະ ສັດຕູພືດ, ເພື່ອປັບປຸງຄວາມສາມາດຂອງຊາວກະສິກອນໃນລະດັບທ້ອງຖິ່ນ, ແລະ ໝູນໃຊ້ເຂົ້າໃນການຜະລິດສິກໍາຢ່າງຕັ້ງໜ້າ. ສຸດທ້າຍ, ເອກະສານສະບັບນີ້ ໄດ້ອະທິບາຍວ່າ ໜ່ວຍງານຂອງລັດຖະບານ ແລະ ອົງການ NGO ລະດັບຊາດ ແລະ ທ້ອງຖິ່ນທີ່ເຮັດວຽກສົ່ງເສີມກະສິກຳ ສາມາດນຳໃຊ້ຂໍ້ມູນນີ້ເຂົ້າໃນໂຄງການສ້າງຂີດຄວາມສາມາດ ແລະ ການພັດທະນາຊົນນະບົດ