ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ວີດີໂອກ່ຽວກັບການລົງທຶນໃນຂະແຫນງກະສິກໍາແບບຊານສະຫຼາດໃນການນໍາໃຊ້ຂໍ້ມູນພູມອາກາດ

01/11/2021

ການ​ລົງ​ທືນ​ໃນ​ຂະ​ແໜງ​ກະ​ສິ​ກຳ​ແມ່ນ​ເປັນ​ການ​ລົງ​ທືນ​ໄລ​ຍະ​ຍາວ​, ເນືື່ອງ​ຈາກວ່າ​ການ​ປູກ​ຝັງ​ແມ່ນ​ຈະ​ໃຊ້​ເວ​ລາ​ຍາວ​ນານ​ເຖິງ 30-40 ປີ. ເນື່ອງ​ຈາກການ​ລົງ​ທຶງ​ໃນ​ກະ​ສິ​ກຳ​ແມ່ນ​ຕ້ອງ​ການ​ຄຳ​ນືງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເພາະ​ວ່າ​ທີ່​ດິນ​ທີ່​ເໝາະ​ສົມ​ແກ່​ການ​ປູກ​ຝັງ​ແມ່ນ​ຈະ​ຕ້ອງ​ເປັນ​ພື້ນ​ທີ່ປາດ​ສະ​ຈາກ ​​ໄພນ້ຳ​ທ້ວມ ຫລື​ ແຫ້​ງ​ແລ້ງ. ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ​ແມ່ນ​ມີ​ຜົນ​ກະ​ທົບ​ຕ​ໍ່​ການ​ຜະ​ລິດ​ກະ​ສິ​ກຳ​ໂດຍ​ຕະ​ຫລອດ​ເວ​ລາ.

ກົມ​ຄຸ​້ມ​ຄອງ​ ແລະ ​ພັດ​ທະ​ນາ​ທີ່​ດິນ​ກະ​ສິ​ກຳ (ຄ​ພດກ) ໄດ້​ພັດ​ທະ​ນາ​ ແອັບ​ເພື່ອ​ການ​ຄົ້ນ​ຫາ​ທີ່​ດິນ​ເໝາະ​ສົມ​ແກ່​ການ​ປູກ​ຝັງ​ ແລະ ເປັນ​ພືນ​ທີ່​ທຳ​ການ​ຜະ​ລິດ​ທີ່​ຍືນ​ຍົງ​ໃນ​ອາ​ນາ​ຄົດ. ໃນ​ໄວ​ໆ​ນີ້, (ຄ​ພດກ) ໄດ້​ພັດ​ທະ​ນາ​ລະ​ບົບການຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS), ຊື່ງ​ເປັນ​ເວັບ​ໄຊ້​ຖານ​ຂ​ໍ້​ມູນ​ທີ່​ສາ​ມາດ​ເຂົ້າ​ຜ່ານ​ທາງ​ອອນ​ໄລ​. ໃນ​ອີກ​ສອງ​ເດືອນ​ຕໍ່​ໜ້າ ລະ​ບົບ LRMIS ຈະ​ພັດ​ທະ​ນາ​ໃຫ້​ໃຊ້​ງາ​ນ​ໃຫ້ງ່າຍ​ຂື້ນ ແລະ ຈະ​ໄດ້​ສ້າງ​ແບບ​ຝອມ ສຳ​ລັບ​ສ້າງ​ແອັບ ເພື່ອຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ຕໍ່​ການ​ວາງ​ແຜນ​ພື້ນ​ທີ່​ດິນ​ໃນ​ອາ​ນາ​ຄົດ.

(ຄພດກ) ໄດ້​ກະ​ກຽມ​ຮູບ​ພາບ​ກາ​ຕູນ​ເພື່ອ​ນຳ​ສະ​ເໜີ​ການ​ນຳ​ໃຊ້​ເຄື່ອງ​ມື​ດັງ​ກ່າວ. ສາ​ມາດ​ເຂົ້າ​ເບີ່ງ​ລາ​ຍ​ລະ​ອຽດ​ເພີ່ມ​ເຕີມ​ໄດ້​ທີ່: