ການຮ່ວມມືເພື່ອແລກປ່ຽນກ່ຽວກັບການບໍລິການອຸຕຸການກະເສດ: ການພັດທະນາບົດສະເຫນີໂຄງຂອງ GCF ລະຫວ່າງ ລາວ-ກຳປູເຈຍ

ໃນຕອນເຊົ້າຂອງມື້ນີ້ໄດ້ຈັດກອງປະຊຸມຫາລືຂື້ນທີ່ຫ້ອງການພາກພື້ນເອເຊຍ ແລະ ປາຊິຟິກ ຂອງອົງການອາຫານ ແລະ ການກະເສດ ເພື່ອນຳເອົາບັນດາສະຖາບັນທີ່ສຳຄັນເຂົ້າຮ່ວມໃນການເກັບກຳຂໍ້ມູນ, ການຕີຄວາມໝາຍ ແລະ ການເຜີຍແຜ່ກ່ຽວກັບຂໍ້ມູນອຸຕຸກະເສດ, ແຈ້ງເຕືອນ ແລະ ຄໍາແນະນຳໃຫ້ແກ່ສອງເທດ (ລາວ ແລະ ກຳປູເຈຍ) ເພື່ອແບ່ງປັນປະສົບການ, ສິ່ງທ້າທາຍ ແລະ ໂອກາດໃນອານາຄົດ. ໃນກອງປະຊຸມໄດ້ມີບັນດາພະແນກຕ່າງທີ່ກ່ຽວຂ້ອງກັບວຽກອຸຕຸນິຍົມ-ອຸທົກກະສາດ, ກະຊວງກະສິກຳ ແລະ ພາກສ່ວນອື່ນໆ ນຳສະເໜີຄວາມສາມາດໃນການແກ້ໄຂບັນຫາໃນປະຈູບັນ ແລະ ຈຸດປະສົງໃນອະນາຄົດ, ເຊັ່ນດຽວກັນກັບຊ່ອງຫວ່າງທີ່ກ່ຽວຂ້ອງ ແລະ ຄວາມຕ້ອງການເພື່ອສ້າງຄວາມເຂັ້ມແຂງການບໍລິການບໍລິການຂໍ້ມູນອຸຕຸການກະເສດ. ທີມວິຊາການຈາກລາວໄດ້ແບ່ງປັນປະສົບການ ແລະ ຖອດຖອນບົດຮຽນ ທີ່ໄດ້ພັດທະນາມາລະບົບມາຈາກໂຄງການ SAMIS ໃນຫລາຍປີທີ່ຜ່ານມາ. ກອງປະຊຸມຄັ້ງນີ້ຖືວ່າເປັນຮອບປະຖົມມະເລີກ ທີ່ນອນຢູ່ໃນແຜນງານ ໂຄງການ PEARL GCF ໃນກຳປູເຈຍ.