ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຕີພີມ

ການປະເມີນຄວາມຕ້ອງການໃນການຝຶກອົບຮົມ ແລະ ສະເໜີກິດຈະກໍາການພັດທະນາຄວາມອາດສາມາດ ສໍາລັບການນໍາໃຊ້ໃນການແບ່ງເຂດນິເວດກະສິກໍາ
ການປະເມີນຄວາມຕ້ອງການໃນການຝຶກອົບຮົມ ແລະ ສະເໜີກິດຈະກໍາການພັດທະນາຄວາມອາດສາມາດ ສໍາລັບການນໍາໃຊ້ໃນການແບ່ງເຂດນິເວດກະສິກໍາ
2020
ໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ມີຈຸດປະສົງເພື່ອເສີມສ້າງຄວາມສາມາດໃນການເກັບກໍາ, ປຸງແຕ່ງ, ວິເຄາະ, ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານພູມອາກາດ ແລະ ພູມສັນຖານ ເພື່ອໃຫ້ສິ່ງເຫຼົ່ານີ້ສາມາດນຳໃຊ້ກັບການວາງແຜນ ແລະ ການຕັດສິນໃຈ. ການປະເມີນຄວາມຕ້ອງການໃນການຝຶກອົບຮົມໃນປະຈຸບັນ ກໍານົດຄວາມຕ້ອງການໃນການຝຶກອົບຮົມ ສໍາລັບກິດຈະກໍາຂອງໂຄງການທີ່ກ່ຽວຂ້ອງກັບການພັດທະນາລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນທີ່ດິນ (LRIMS), ການແບ່ງເຂດນິເວດກະສິກໍາ (AEZ) ແລະ ສະຖານະການກະສິກໍາ-ສັງຄົມ. ເອກະສານນີ້ຍັງໄດ້ພັນລະນາກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດຂະບວນການຝຶກອົບຮົມ ລວມທັງການຝຶກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ. ການປະເມີນນີ້ໄດ້ຖືກພັດທະນາ ໂດຍກົມຄຸ້ມຄອງທີ່ດິນກະສິກໍາ (ຄພດກ) ພາຍໃນກະຊວງກະສິກໍາ ແລະ ປ່າໄມ້ ແຕ່ຈະເປັນຜົນປະໂຫຍດຕໍ່ກັບຫຼາຍໆພາກສ່ວນຢູ່ລະດັບຊາດ.
ການບໍລິການຂໍໍ້ມູນຕຸກະເສດ ໃນປະເທດລາວ  (LaCSA)
2020
ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ມີຈຸດປະສົງໃນການອອກອາກາດຂໍ້ມູນຂ່າວສານ ແລະ ການເຕືອນໄພອາກາດລ່ວງໜ້າໃຫ້ແກ່ປະຊາຊົນຢ່າງກວ້າງຂວາງຜ່ານທາງເວັບໄຊທ໌. ການປ່ຽນແປງດິນຟ້າອາກາດເຮັດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຂະແໜງກະສິກຳ ໃນທົ່ວປະເທດເຊິ່ງເກີດຈາກໄພນ້ຳຖ້ວມກະທັນຫັນ, ໄພແຫ້ງແລ້ງ, ພະຍາດພືດ ແລະ ໄພພິບັດທາງທຳມະຊາດ. ເພື່ອຕອບໂຕ້ກັບຄວາມສ່ຽງຂອງໄພພິບັດ, ການພະຍາກອນອາກາດປະຈຳວັນ, ອາທິດ ແລະ ປະຈຳເດືອນ ແລະ ການເຕືອນໄພອາກາດລ່ວງໜ້າ ແມ່ນມີຄວາມຈຳເປັນ ເພື່ອແຈ້ງໃຫ້ຊາວກະສິກອນຮູ້ທັນເວລາ. ການອອກອາກາດກ່ຽວກັບຄວາມສ່ຽງຂອງການພະຍາກອນອາກາດຈະເປັນປະໂຫຍດໂດຍກົງຕໍ່ຊາວກະສິກອນເຊິ່ງຜົນກະທົບຕໍ່ຜົນລະປູກຂອງຊາວກະສິກອນ ແລະ ຊ່ວຍໃຫ້ຊາວກະສິກອນສາມາດເຂົ້າເຖິງການພະຍາກອນອາກາດໄດ້ຢ່າງກວ້າງຂວາງຜ່ານທາງເວບໄຊທ໌.
ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ
2019
ແຜນການຕິດຕາມກວດກາ ແລະ ປະເມີນຜົນນີ້ (M&E) ແມ່ນກຽມພ້ອມສໍາລັບໂຄງການ "ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ". ໂຄງການດັ່ງກ່າວແມ່ນທຶນຊ່ວຍເຫຼືອຈາກອົງການອຳນວຍຄວາມສະດວກດ້ານສິ່ງແວດລ້ອມໂລກ (GEF) ພາຍໃຕ້ກອງທຶນສໍາລັບປະເທດທີ່ກໍາລັງພັດທະນາ (LDCF). ແຜນການຕິດຕາມກວດກາ ແລະ ປະເມີນຜົນ ໄດ້ກວມເອົາການຕິດຕາມກວດກາການປະຕິບັດງານຂອງໂຄງການ ແລະ ການປະເມີນຜົນກະທົບຂອງໂຄງການ. ການຕິດຕາມກວດກາແມ່ນໃຊ້ສໍາລັບການປະເມີນຜົນການປະຕິບັດງານ ໂດຍຜ່ານການປະເມີນຄວາມສໍາເລັດຂອງໂຄງການໃນການບັນລຸເປົ້າຫມາຍ ແລະ ຈຸດປະສົງທີ່ກໍານົດໄວ້ ໃນເວລາດຽວກັນການປະເມີນຜົນກະທົບຂອງໂຄງການ ແມ່ນສໍາເລັດໂດຍຜ່ານຂໍ້ມູນທີ່ໄດ້ມາຈາກການສຶກສາ ແລະ ການວິເຄາະໂຄງການເຊັ່ນ ການສໍາຫຼວດເບື້ອງຕົ້ນ, ການປະເມີນຜົນກາງໂຄງການ ແລະ ການປະເມີນທ້າຍໂຄງການ. ທັງການປະເມີນການຈັດຕັ້ງປະຕິບັດ ແລະ ການປະເມີນຜົນກະທົບຂອງໂຄງການຈະປະກອບສ່ວນເຂົ້າໃນການປັບປຸງການຕັດສິນໃຈ ແລະ ການຄຸ້ມຄອງໂຄງການ, ເພື່ອເຮັດໃຫ້ໂຄງການດໍາເນີນໄປຕາມຜົນໄດ້ຮັບ ແລະ ຈຸດປະສົງ ແລະ ການເຊື່ອມໂຍງບົດຮຽນທີ່ຖອດຖອນໄດ້ເຂົ້າໃນການວາງແຜນ.
ແນວຄວາມຄິດຂອງ SAMIS
ແນວຄວາມຄິດຂອງ SAMIS
2019
ໂປສເຕີໄດ້ອະທິບາຍແນວຄວາມຄິດຂອງໂຄງການລວມມີ: ຜູ້ໃຊ້, ຈຸດປະສົງ, ວິທີການແລະຜົນໄດ້ຮັບ. ໂປສເຕີນີ້ອະທິບາຍວ່າໂຄງການຂອງ FAO GEF ສື່ສານຂໍ້ມູນທີ່ໄດ້ມາຈາກພາກສ່ວນກ່ຽວຂ້ອງຕ່າງໆໃນລະດັບຊາດ, ແຂວງ, ແລະ ທ້ອງຖິ່ນ.
Soil mapping in Lao PDR
2019
Soil mapping using machine learning in Lao PDRThe GIS unit of the Department of Agricultural Land Management (DALaM) of the Ministry of Agriculture and Forest of Lao PDR is develop a new national level soil map. Working through the project “Strengthening Agro-climatic Monitoring and Information Systems (SAMIS) to improve adaptation to climate change and food security in Lao PDR” funded by GEF and implemented by FAO, the activity is inserted in a broader exercise focusing on developing a national level decision making schemes for long term land planning.The soil map based on the World Soil Classification Systems is ongoing. The samples were finalized in the provinces of Phongsaly, Bokeo, Luangnamtha, Xayabouly, Oudomxay, Luangprabang, Houaphanh, Champasack, Salavan, Xekong, and Attapue.All soil profiles records name of the profile, soil depth, date, land use type, complete soil description, GPS coordinates, photos of the soil profiles, and description of the land use situation. The laboratory analysis is ongoing. So far, half of the soil samples were analyzed and the map will be ready the end of 2019.
1 2 3 4 5 6 7 8